ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ

Chia sẻ
(VOVWORLD) -ຫຼຽນໄຊແຮງງານຊັ້ນ 1 ນີ້ແມ່ນສົມກັບການຮັບຮູ້ຂອງພັກ ແລະ ລັດຫວຽດນາມສຳລັບການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດລາວເຂົ້າໃນສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ - ảnh 1 ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດຫວຽດນາມ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ (ພາບ: VGP)

ຕອນບ່າຍວັນທີ 19 ກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດຫວຽດນາມ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ. ກ່ອນນັ້ນ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໃນໄລຍະເກືອບ 4 ປີທີ່ປະຕິບັດງານຢູ່ ສສ.ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ ໃນທຸກໆຂົງເຂດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຢັ້ງຢືນວ່າ: ຫຼຽນໄຊແຮງງານຊັ້ນ 1 ນີ້ແມ່ນສົມກັບການຮັບຮູ້ຂອງພັກ ແລະ ລັດຫວຽດນາມສຳລັບການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດລາວເຂົ້າໃນສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ.

        ສ່ວນທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ກໍ່ໄດ້ຢັ້ງຢືນວ່າ: ພັກ ແລະ ລັດຖະບານລາວ, ຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດອັນເປັນມູນເຊື້ອລະຫວ່າງລາວ-ຫວຽດນາມ; ແລະ ເນັ້ນໜັກວ່າ: ເມື່ອທ່ານກັບຄືນເມືອປະເທດ, ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ຕອບກັບ