ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມພົບປະກັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ

Chia sẻ
vovworld) - ຕອນ​ຄຳ່​ວັນ​ທີ 13/1, ຢູ່​ນະຄອນຫຼວງ​ ປັກ​ກິ​ງ, ​ແຫ່ງ​ປະ​ເທດ​ຈີນ, ທ່ານ ​ພົນ​ໂທ ​ໂຕ​ເລິ​ມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ​ເຈິ໋ນກວັນ​ເຊິ​ງ
ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມພົບປະກັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ - ảnh 1
ທ່ານພົນ​ໂທ ​ໂຕ​ເລິ​ມ ພົບ​ປະ​ກັບ​ທ່ານ ​ເຈິ໋ນກວັນ​ເຊິ​ງ

vovworld) - ຕອນ​ຄຳ່​ວັນ​ທີ 13/1, ຢູ່​ນະຄອນຫຼວງ​ ປັກ​ກິ​ງ, ​ແຫ່ງ​ປະ​ເທດ​ຈີນ, ທ່ານ ​ພົນ​ໂທ ​ໂຕ​ເລິ​ມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ​ເຈິ໋ນກວັນ​ເຊິ​ງ ພົບ​ປະ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຈີນ​ ແລະ ທ່ານພົນ​ໂທ ຫວ໋າງໜີງ, ຜູ້​ບັນຊາ​ການ​ໃຫຍ່​ກະຊວງ​ຕຳຫຼວດ​ປະກອບ​ອາວຸດ​ ຈີນ. ທີ່​ການ​ພົບ​ປະ​​ເຫຼົ່າ​ນັ້ນ, ກະຊວງ​ຕຳຫຼວດ ​ຫວຽດນາມ​ ​ແລະ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຈີນ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສົມທົບ​ກັນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄປມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ; ສືບ​ຕໍ່​ຮັກສາ​ການຈັດ​ຕັ້ງ​ບັນດາ​ວາລະ​ປະຊຸມ “​ເຈລະຈາກ່ຽວ​ກັບ​ຍຸດ​ທະ​ສາດ​ຄວາມ​ສະຫງົບປອດ​ໄພ​ຂັ້ນ​ຮອງ​ລັດຖະມົນຕີ“. ສອງ​ຝ່າຍ​ເຫັນ​ດີ​ຄົ້ນ​ຄ້ວາ, ສ້າງ​ກົນ​ໄກ​ຮ່ວມ​ມື, ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກະຊວງ​ຕຳຫຼວດ​ປະກອບ​ອາວຸດ​ຈີນ​ໂດຍ​ໄວ. ສອງ​ຝ່າຍ​ກໍ່​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ພັດທະນາ​ທຸກ​ດ້ານ; ຊ່ວຍ​ເຫຼືອ​ກັນ​ໃນ​ຂົງ​ເຂດ​ເຝຶກ​ອົບຮົມ, ກໍ່ສ້າງ​ພະນັກງານ, ຈັດ​ຕັ້ງ​ການ​ຊ້ອນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ, ຕ້ານ​ການ​​ຈະລາຈົນ.