ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ໃຫ​້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ເຈລະ​ຈາ​ຍຸດ​ທ​ະ​ສາດ​ຂັ້ນ​ສູງ ອາ​ເມ​ລິ​ກາ - ລັດ​ເຊຍ

Chia sẻ
(VOVWORLD) -ວັນທີ 31 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານຕັ້ງຄວາມຫວັງແກ່ການເຈລະຈາກ່ຽວກັບການສ້າງສະຖຽນລະພາບຍຸດທະສາດ ນິວເຄຼຍ ລະຫວ່າງ ອາເມລິກາ ແລະ ລັດເຊຍ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ໃຫ​້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ເຈລະ​ຈາ​ຍຸດ​ທ​ະ​ສາດ​ຂັ້ນ​ສູງ ອາ​ເມ​ລິ​ກາ - ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ທຳນຽບຂາວກ່ຽວກັບການເຈລະຈາຮອບທຳອິດລະຫວ່າງສອງປະເທດ ທີ່ຫາກໍສິ້ນສຸດລົງຢູ່ ເຊີແນວ (ປະເທດສະວິດ), ທ່ານປະທານາທິບໍດີ Joe Biden ກ່າວວ່າ: “ພວກຂ້າພະເຈົ້າພວມຢູ່ໃນໄລຍະດຳເນີນ ແລະ ຂ້າພະເຈົ້າກໍເຫັນວ່າມີວີແວວ”.

ກ່ອນໜ້ານັ້ນ, ວັນທີ 28 ກໍລະກົດ, ບັນດາເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ລັດເຊຍ ໄດ້ສິ້ນສຸດການເຈລະຈາໂດຍກົງ ກ່ຽວກັບການສ້າງສະຖຽນລະພາບຍຸດທະສາດ. ພາຍຫຼັງການເຈລະຈາ, ບັນດາເຈົ້າໜ້າທີ່ຂອງສອງຝ່າຍ ໄດ້ຍົກອອກບັນດາຄຳວິຈານທີ່ປະເອີບໃຈພໍສົມຄວນ. ໃນນັ້ນ, ທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price  ໄດ້ຕີລາຄາວ່າ ວິວັດການເຈລະຈາຖືກດໍາເນີນໄປ “ຢ່າງເປັນມືອາຊີບ ແລະ ແທດຈິງ”, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ມຸ່ງໄປເຖິງການປຶກສາຫາລືກ່ຽວກັບບັນດານະໂຍບາຍບຸລິມະສິດ, ສະພາບແວດລ້ອມຄວາມສະຫງົບໃນປັດຈຸບັນ, ກໍຄື “ແງ່ຫວັງແກ່ສັນຍາຄວບຄຸມອາວຸດໃໝ່” ແລະ ກົນໄກສຳລັບການເຈລະຈາຮອບຕໍ່ໄປ.

ຕອບກັບ