ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ (ພາບ: TTXVN) |
ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmerier. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການໜູນຊ່ວຍວັກຊິນ ກໍຄືວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ສະເໜີ ເຢຍລະມັນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ.
ການນຳສອງປະເທດ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຊຸກຍູ້ການປະຕິບັດກົດໝາຍສາກົນ.
ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດ 11 ກັນຍາ - ເຊິ່ງແມ່ນກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 11 ກັນຍາ 2001 ຢູ່ ນະຄອນ ນິວຢອກ.