ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງການແຍກຫ່າງສັງຄົມຕ້ອງປະຕິບັດຢ່າງເຂັ້ມງວດແຕ່ບໍ່ປະໃຫ້ປະຊາຊົນອຶດຫິວ

Chia sẻ
(VOVWORLD) -ທ່ານປະທານປະເທດກໍ່ເນັ້ນໜັກວ່າ, ການແຍກຫ່າງສັງຄົມຕ້ອງຕິດພັນກັບເລື່ອງເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ເດັດດຽວບໍ່ປະໃຫ້ປະຊາຊົນຖືກອຶດຫິວ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງການແຍກຫ່າງສັງຄົມຕ້ອງປະຕິບັດຢ່າງເຂັ້ມງວດແຕ່ບໍ່ປະໃຫ້ປະຊາຊົນອຶດຫິວ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກຢູ່ໂຮ່ຈີມິນ)

ຕອນເຊົ້າວັນທີ 30 ກໍລະກົດ, ທີ່ການເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ໂຮ່ຈິມິນ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງປະຊາຊົນນະຄອນ ໂຮ່ຈີມິນ ແລະ 18 ທ້ອງຖິ່ນອື່ນຢູ່ທາງພາກໃຕ້ ຫວຽດນາມ ທີ່ພວມປະສົບກັບຄວາມລຳບາກໃນໂລກລະບາດໂຄວິດ-19. ທ່ານຊີ້ແຈ້ງວ່າ ໄວຣັດສາຍພັນໃໝ່ Delta ແມ່ນສັບສົນ ແລະ ຍັງມີຄວາມອັນຕະລາຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກໜ້າທີ່ໃນສະເພາະໜ້າກັບນະຄອນ ໂຮ່ຈີມິນ:

        “ຄວນສຸມໃສ່ເປົ້າໝາຍໃນສະເພາະໜ້າ, ເໜືອກວ່າສິ່ງໃດໝົດ ແລະ ສຳຄັນທີ່ສຸດໃນຈຸດເວລານີ້ແມ່ນ ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນນະຄອນ, ຫຼຸດຈຳນວນຜູ້ເສຍຊີວິດໃນລະດັບຕ່ຳສຸດ. ຫວຽດນາມ ມີຈຳນວນຜູ້ເສຍຊີວິດໜ້ອຍ (ເມື່ອທຽບໃສ່ກັບໂລກ), ແຕ່ຍ້ອນຊີວິດອິນຊີຂອງປະຊາຊົນ, ພວກເຮົາບໍ່ປະໃຫ້ເກີດສິ່ງນັ້ນ. ພວກເຮົາຕ້ອງສຸມທຸກແຫຼ່ງກຳລັງເພື່ອເອົາໃຈໃສ່ເຖິງບັນຫານີ້”.

        ທ່ານປະທານປະເທດກໍ່ເນັ້ນໜັກວ່າ, ການແຍກຫ່າງສັງຄົມຕ້ອງຕິດພັນກັບເລື່ອງເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ເດັດດຽວບໍ່ປະໃຫ້ປະຊາຊົນຖືກອຶດຫິວ.

ຕອບກັບ