ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາສະມາຊິກສະພາແຫ່ງຊາດເພດຍິງ

Chia sẻ
(VOVWORLD) -ຕອນບ່າຍວັນທີ 20 ພະຈິກ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບບັນດາການນໍາ ແລະ ສະມາຊິກສະພາແຫ່ງຊາດເພດຍິງ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາສະມາຊິກສະພາແຫ່ງຊາດເພດຍິງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາສະມາຊິກສະພາແຫ່ງຊາດເພດຍິງ (ພາບ: TTXVN)

ເຂົ້າຮ່ວມການພົບປະມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ; ທ່ານນາງເຈືອງທິມາຍ ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດເພດຍິງ ຍາມໃດກໍສະໜັບສະໜູນລັດຖະບານ ປະຕິບັດບັນດາຍຸດທະສາດ, ມາດຕະການ, ວິທີການແກ້ໄຂລະອຽດ ເພື່ອພັດທະນາປະເທດຊາດ, ພິເສດແມ່ນສວມບົດບາດຢ່າງຕັ້ງໜ້າກວ່າໃນການປະຕິບັດກົດໝາຍສະບັບຕ່າງໆໃຫ້ມີປະສິດທິຜົນ; ເສີມຂະຫຍາຍບົດບາດສະເໜີນະໂຍບາຍ, ຕິດຕາມກວດກາການປະຕິບັດນະໂຍບາຍ ແລະ ກົດໝາຍ ກ່ຽວກັບບັນດາຂົງເຂດທີ່ເປັນແກ່ນສານຄື ສາທາລະນະສຸກ, ການສຶກສາ, ສິ່ງແວດລ້ອມ, ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນສິດຂອງແມ່່ຍິງ ແລະ ເດັກ. ສະເໜີຄໍາເຫັນກໍ່ສ້າງລະບົບຕິດຕາມ, ຕີລາຄາ, ກວດກາ, ສຸມໃສ່ບັນດາບັນຫາພົ້ນເດັ່ນທີ່ເກີດຂຶ້ນ ເຊິ່ງສັງຄົມມີຄວາມສົນໃຈ, ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພໃຫ້ແມ່່ຍິງ ແລະ ເດັກນ້ອຍ”.

        

ຕອບກັບ