ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມແກ້ໄຂຄວາມຫຍຸ້ງຍາກໃນຂົງເຂດລົງທຶນກໍ່ສ້າງ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ສົມທົບກັບກະຊວງກໍ່ສ້າງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດທົ່ວປະເທດ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງຂົງເຂດລົງທຶນກໍ່ສ້າງ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມແກ້ໄຂຄວາມຫຍຸ້ງຍາກໃນຂົງເຂດລົງທຶນກໍ່ສ້າງ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໃນຕົວຈິງ ຍັງມີປະກົດການຮົ່ວໄຫຼຫຼາຍໃນການລົງທຶນກໍ່ສ້າງ ແລະ ສິ່ງດັ່ງກ່າວນີ້ຄວນໄດ້ຮັບການດັດປັບໃຫ້ດີກວ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສືບຕໍ່ກວດກາຄືນ, ສ້າງກອບກົດໝາຍໃຫ້ສົມບູນແບບ, ຮັບປະກັນລັກສະນະເອກະພາບ, ທັງໝົດຂອງລະບົບກົດໝາຍກ່ຽວກັບການຄຸ້ມຄອງການລົງທຶນກໍ່ສ້າງ, ແກ້ໄຂບັນດາຮົ້ວກີດຂວາງທີ່ຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ທັນການ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ໂຄງການລົງທຶນ ຜັນຂະຫຍາຍຖືກຕ້ອງຕາມຄວາມຄືບໜ້າດ້ວຍຄຸນນະພາບສູງ.

        “ ມື້ນີ້ ສິ່ງທີ່ພວກເຮົາຕ້ອງສຸມໃສ່ແມ່ນ ແກ້ໄຂບັນດາຄວາມຫຍຸ້ງຍາກຕໍ່ໜ້າທີ່ໄດ້ສົ່ງຜົນສະທ້ອນເຖິງຄວາມຄືບໜ້າໃນການກໍ່ສ້າງ, ຄຸນນະພາບການກໍ່ສ້າງ, ການປ່ອຍເງິນກູ້ຢືມລົງທຶນສາທາລະນະໄລຍະກາງໃນປີ 2018. ເພາະວ່າປະຈຸບັນກົດໝາຍກວ້າງຂວາງ ແລະ ມີຫຼາຍທີ່ສຸດ, ມີ ກົດໝາຍ 12 ສະບັບ ແລະ ດຳລັດກວ່າ 100 ສະບັບ, ມີແຈ້ງການແນະນຳນັບເປັນຮ້ອຍໆສະບັບ, ແຈ້ງການກ່ຽວກັບດຳລັດຫຼາຍສະບັບຍັງໃຫຍ່ກວ່າກົດໝາຍ. ລະບຽບການ ແລະ ການຄຸ້ມຄອງຍັງຊ້ຳຊ້ອນກັນ ແລະ ບັນດາເອກະສານດ້ານນິຕິກຳທີ່ກ່ຽວຂ້ອງ ຍັງຖືວ່າແມ່ນຮົ້ວກີດຂວາງໃຫຍ່ສຸດໃນການລົງທຶນກໍ່ສ້າງ ສະນັ້ນພວກເຮົາຕ້ອງແກ້ໄຂສິ່ງນີ້ ”

ຕອບກັບ