ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫນ້າປະຫວັດສາດໃຫມ່ໃນການຮ່ວມມືຫວຽດນາມ-ລາວ

Chia sẻ

(VOVWORLD) -ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນຳຫນ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ສປປ ລາວ ມາຢ້ຽມຢາມຫວຽດນາມແຕ່ວັນທີ 1-3 ຕຸລາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫນ້າປະຫວັດສາດໃຫມ່ໃນການຮ່ວມມືຫວຽດນາມ-ລາວ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ແລະ ພັນລະຍາ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ທຳນຽບ ປະທານປະເທດ 

ຕອນບ່າຍວັນທີ 1 ຕຸລາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ແລະ ພັນລະຍາ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ທຳນຽບ ປະທານປະເທດ. ກ່າວຄຳເຫັນຕໍ່ສື່ມວນຊົນ ພາຍຫລັງການເຈລະຈາ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແມ່ນ ກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່, ສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະກວ້າງຂວາງ, ເຂັັ້ມແຂງກວ່າໃນໄລຍະຈະມາເຖິງ.

“ພວກຂ້າພະເຈົ້າຢືນຢັນຄືນຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ຫວຽດນາມ ອວຍພອນບັນດາຜົນສຳເລັດທາງດ້ານເສດຖະກິດ ສັງຄົມອັນຍິ່ງໃຫຍ່,ຮອບດ້ານ ຊື່ງ ສປປ ລາວ ບັນລຸໄດ້ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະໃຫມ່. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງການພົວພັນລະຫວ່າງສອງປະເທດ, ເຫັນດີຊຸກຍູ້ການຮ່ວມມືໃນທຸກຂົງເຂດ.”

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໃນການຢ້ຽມຢາມນີ້ ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 9 ສະບັບ ໃນຫລາຍຂົງເຂດສຳຄັນຄື: ພະລັງງານ, ການເງິນ, ຄົມມະນາຄົມ, ການສຶກສາ ແລະ ບັນດາຂົງເຂດສຳຄັນອື່ນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫນ້າປະຫວັດສາດໃຫມ່ໃນການຮ່ວມມືຫວຽດນາມ-ລາວ - ảnh 2ນາຍົກລັດຖະມົນຕີສອງທ່ານ ເປັນສັກຂີພິຍານ ການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງປະເທດສະບັບຕ່າງໆ (ພາບ: chinhphu.vn)

ສອງຝ່າຍເຫັນດີ ຮ່ວມມືຢ່າງແຫນ້ນແຟ້ນບົນຫລັກໝັ້ນລວມຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ ທະເລຕາເວນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະສົນທິສັນຍາວ່າດ້ວຍກົດໝາຍທະເລປີ 1982, ປະຕິບັດ DOC ຢ່າງເຂັ້ມງວດ ແລະ ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍ COC ໂດຍໄວ.

ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ ສອງຝ່າຍເຫັນດີ ຊຸກຍູ້ເພື່ອຍົກວົງເງິນການຄ້າສອງຝ່າຍ ສືບຕໍ່ເພີ່ມຂຶ້ນປະມານ 10- 15% ໃນແຕ່ລະປີ. ສອງຝ່າຍເຫັນດີ ເຊື່ອມຕໍ່ສອງພື້ນຖານເສດຖະກິດພື້ນຖານໂຄງລ່າງຄື ເສັ້ນທາງຄົມມະນາຄົມລຽບຕາມແລວເສດຖະກິດຕາເວັນອອກ ຕາເວັນຕົກ. ສອງຝ່າຍກໍ່ເຫັນດີຈະຫນູນຊ່ວຍເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດໃນປີ ຫວຽດນາມ ດຳລົງຕຳແຫນ່ງປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ