ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຍູ້ແຮງການປ້ອງກັນ, ຕ້ານໂລກລະບາດ Covid-19

Chia sẻ
(VOVWORLD) -ຄຳສັ່ງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສືບຕໍ່ຊາບຊຶມເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຍູ້ແຮງການປ້ອງກັນ, ຕ້ານໂລກລະບາດ Covid-19 - ảnh 1 (ພາບປະກອບ: Chinhphu.vn)

ວັນທີ 25 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ອອກໃຊ້ຄຳສັ່ງກ່ຽວກັບເລື່ອງຍູ້ແຮງການປ້ອງກັນ, ຕ້ານໂລກລະບາດ Covid-19 ໃນສະພາບໂລກລະບາດມີການຜັນແປໃໝ່ສັບສົມຫຼາຍຢ່າງ, ຍາກທີ່ຈະຄາດຄະເນໄດ້ຢູ່ສ.ເກົາຫຼີ, ຍີ່ປຸ່ນ, ອີຕາລີ, ອີຣານ ແລະ ບາງປະເທດອື່ນໆ.

          ຄຳສັ່ງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສືບຕໍ່ຊາບຊຶມເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ, ຍົກສູງສະຕິລະວັງຕົວ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ;  ປະຕິບັດບັນດາມາດຕະການກ່ຽວກັບການຄຸ້ມຄອງ, ຄວບຄຸມການປ້ອງກັນ, ຕ້ານໂລກລະບາດໃນບັນດາການເຄື່ອນໄຫວທາງການບິນ, ທ່ອງທ່ຽວ, ຂົນສົ່ງສິນຄ້າຜ່ານຊາຍແດນ… ຄຳສັ່ງກໍ່ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ຢຸດຕິການເຂົ້າເມືອງສຳລັບບັນດາຜູ້ທີ່ມາຈາກ ຫຼື ໄປຜ່ານບັນດາເຂດເກີດໂລກລະບາດ; ບັນດາເປົ້າໝາຍເຂົ້າເມືອງເພື່ອຈຸດປະສົງທາງລັດຖະການໃນກໍລະນີພິເສດຕ້ອງໄດ້ແຈ້ງໃຫ້ຂະແໜງສາທາລະນະສຸກຮັບຮູ້ ແລະ ປະຕິບັດການແຍກຕົວເປັນເວລາ 14 ວັນຕາມຂໍ້ກຳນົດ.

ຕອບກັບ