ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) |
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມບໍລິຫານຢ່າງແໜ້ນແຟ້ນ, ມີການຄວບຄຸມເພື່ອຮັບປະກັນດ້ານສະບຽງອາຫານຢ່າງພຽງພໍໃຫ້ແກ່ປະຊາຊົນ 100 ລ້ານຄົນ, ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດຫວຽດນາມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ກໍ່ຄືທ້ອງຖິ່ນຕ່າງໆໃນທົ່ວປະເທດຊີ້ນຳ, ຍູ້ແຮງການຜະລິດກະສິກຳ. ພ້ອມກັນນັ້ນ, ບັນດາເຂດທີ່ມີສະມັດຕະພາບສູງ, ຄຸນນະພາບດີ ກໍ່ໃຫ້ຄິດໄລ່ເຖິງການສົ່ງອອກ ສະບຽງອາຫານ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການເງິນຫວຽດນາມ ສຸມໃສ່ຊື້ ເຂົ້າສານ ແລະ ເຂົ້າເປືອກໃຫ້ມີປະລິມານຢ່າງພຽງພໍເພື່ອສະສົມຕາມດັດຊະນີສະສົມແຫ່ງຊາດ ປີ 2020, ຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ກະທັນຫັນຢ່າງທັນການ.