ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ​ໃຫ້​ການ​ຕ້ອ​ນຮັບ​ທ່ານເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Jock Hoi, ທ່ານ ຜູ້ອ​ຳ​ນວຍ​ການ ກອງ​ທຶນ OPEC ກ່ຽວ​ກັບ​ການ​ພັດ​ທະ​ນາ​ສາ​ກົນ

Chia sẻ
(VOVWORLD) -ຕອນບ່າຍວັນທີ27 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ​ໃຫ້​ການ​ຕ້ອ​ນຮັບ​ທ່ານເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Jock Hoi, ທ່ານ ຜູ້ອ​ຳ​ນວຍ​ການ ກອງ​ທຶນ OPEC ກ່ຽວ​ກັບ​ການ​ພັດ​ທະ​ນາ​ສາ​ກົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ສະເໜີວ່າ: ອາຊຽນຄວນມານະພະຍາຍາມຍູ້ແຮງການເຊື່ອມຕໍ່ພາຍໃນກຸ່ມໃຫ້ຫຼາຍກ່ວາອີກ, ສຸມໃສ່ເພີ່ມທະວີການແລກປ່ຽນດ້ານການຄ້າຢ່າງແຮງກ່ວາອີກ. ພ້ອມທັງປາດຖະໜາວ່າ ເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ຄະນະເລຂາທິການ ອາຊຽນຈະສືບຕໍ່ເອົາໃຈໃສ່, ສົມທົບກັນໜູນຊ່ວຍ ຫວຽດນາມໃນການດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຈະເຂົ້າໃຈສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກຢ່າງຈະແຈ້ງ, ມີສຽງເວົ້າທີ່ສະແດງໃຫ້ເຫັນທັດສະນະສະໜັບສະໜູນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ການວັດທະນາຖາວອນ, ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກບົນຈິດໃຈເຄົາລົບນັບຖືກົດໝາຍສາກົນ.

ແລະກໍ່ໃນຕອນບ່າຍວັນດ່ຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ການຕ້ອນຮັບທ່ານ Abdullhamid Alkhalifa ຜູ້ອຳນວຍການ ກອງທຶນ OPEC ກ່ຽວກັບການພັດທະນາສາກົນ.

ຕອບກັບ