ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຝລັ່ງ (ພາບ: VGP) |
ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ລັດຖະບານຝລັ່ງ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງທຳມາຫາກິນ, ຮ່ຳຮຽນ ແລະ ດຳລົງຊີວິດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຝລັ່ງ ມາຢ້ຽມຢາມ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງກໍ່ໄດ້ເຊື້ອເຊີນທ່ານ ນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມຝລັ່ງຢ່າງເປັນທາງການໃນໄລຍະຈະມາເຖິງ.
ທ່ານ ນາຍົກລັດຖະມົນຕີ Jean Castex ກໍ່ໄດ້ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າໃນນະໂຍບາຍຂອງ ຝລັ່ງມຸ່ງໄປສູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ Jean Castex ກໍ່ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນະພາກພື້ນ ແລະ ສາກົນ, ພິເສດແມ່ນບັນດາໝາກຜົນຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ ໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ ສັງຄົມ.
ສ່ວນບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ແລກປ່ຽນ, ຢັ້ງຢືນຄວາມສຳຄັນຂອງການຮັບປະກັນສິດເສລີໃນການເດີນເຮືອ, ການບິນ, ຄວາມໝັ້ນຄົງ ແລະ ສັນຕິພາບ ຢູ່ ທະເລຕາເວັນອອກ, ເນັ້ນໜັກເຖິງບົດບາດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982(UNCLOS 1982) ແມ່ນກອບນິຕິກຳໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ.