ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ​ຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ

Chia sẻ
(VOVWORLD) -ທ່ານ ສອນໄຊ ສີພັນດອນ ຢັ້ງຢືນວ່າ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຝ່າຍລາວ ເພື່ອປະຕິບັດບັນດາເອກະສານ, ລະບຽບການເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດໂດຍໄວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ​ຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ (ພາບ: VGP)

ຕອນບ່າຍວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກ: ທຸກໆປີ, ຫວຽດນາມລວນແຕ່ບຸລິມະສິດທຶນ ODA ໃຫ້ແກ່ລາວ, ໃນນ້ັນ ມີ 5 ໂຄງການໄດ້ຮັບການເປີດສະຫຼອງ, ມີໂຄງການຕ່າງໆຈຳນວນໜຶ່ງໄດ້ຮັບການແກ້ໄຂຂໍ້ຫຍຸ້ງຍາກ ແລະ ຍູ້ແຮງຄວາມຄືບໜ້າ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບປະເທດລາວ, ລ້ວນແຕ່ເພີ່ມທະວີການຮ່ວມມື. ລັດຖະບານ ຫວຽດນາມ ຈະມານະພະຍາຍາມໜູນຊ່ວຍໃຫ້ດີກ່າວອີກ, ກໍ່ຄືຍົກສູງຄຸນນະພາບໃນການບຳລຸງສ້າງບັນດານັກສຶກສາລາວ, ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ດີເດັ່ນໄປຊ່ວຍເຫຼືອລາວໃນບັນດາຂົງເຂດ, ເປັນຕົ້ນແມ່ນການໃຫ້ຄຳປຶກສາກ່ຽວກັບນະໂຍບາຍເສດຖະກິດ ມະຫາພາກ.

ທ່ານ ສອນໄຊ ສີພັນດອນ ຢັ້ງຢືນວ່າ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຝ່າຍລາວ ເພື່ອປະຕິບັດບັນດາເອກະສານ, ລະບຽບການເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດໂດຍໄວ.

ຕອບກັບ