ທ່ານ​ນາ​ຍົ​ກ​ລັດ​ຖະມົນ​ຕີ​ ຫງວຽນ​ຊວັນ​ຟຸກ​ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ເບ໊ນ​ແຈ

Chia sẻ
(VOVWORLD) -ຕອນບ່າຍວັນທີ 9 ກໍລະກົດ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງເບ໊ນແຈ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ເບ໊ນແຈແມ່ນແຂວງທີ່ມີມູນເຊື້ອປະຕິວັດ, ມີຫຼາຍທ່າແຮງພັດທະນາ, ໃນນັ້ນແມ່ນການຜະລິດກະສິກຳ.
ທ່ານ​ນາ​ຍົ​ກ​ລັດ​ຖະມົນ​ຕີ​ ຫງວຽນ​ຊວັນ​ຟຸກ​ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ເບ໊ນ​ແຈ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກແລະ ການນຳຫຼັກແຫຼ່ງແຂວງເບ໊ນແຈ  (ພາບ: TTXVN)

ໃນໄລຍະ 2016 – 2020 , ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ວຽກງານກໍ່ສ້າງພັກ, ລະບົບການເມືອງຂອງແຂວງ ເບ໊ນແຈໄດ້ຮັບຄວາມເອົາໃຈໃສ່; ຈິດໃຈສາມັກຄີ, ຄວາມຕັດສິນໃຈພັດທະນາຂອງແຂວງ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນອົງຄະນະພັກ ແລະ ອຳນາດການປົກຄອງ. ສະນ້ັນ, ເສດຖະກິດຈຶ່ງພັດທະນາດີພໍສົມຄວນ, ບາງຂົງເຂດແມ່ນພັດທະນາໄວ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງສືບຕໍ່ຍົກສູງປະສິດທິພາບ, ປະສິດທິຜົນຂອງກົງຈັກລັດ, ຍູ້ແຮງການປະຕິຮູບບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງ, ເພື່ອດຶງດູດວິສາຫະກິດ, ຍູ້ແຮງການຄຸ້ມຄອງບັນດາໂຄງການຮັບມືກັບການປ່ຽນແປງດິນຟ້າອາກາດ.

ຕອບກັບ