ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019

Chia sẻ
(VOVWORLD) - ໂດຍປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຕອບສະໜອງຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ” ໂດຍນາຍົກລັດຖະມົນຕີປຸກລະດົມ, 

ຕອນຄ່ຳວັນທີ 17 ຕຸລາ, ທີ່ຫໍປະຊຸມແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ), ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ, ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

        ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ: ທຸກຂັ້ນ, ຂະແໜງການ, ປະຊາຄົມວິສາຫະກິດ, ນັກທຸລະກິດ, ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດຈົ່ງສືບຕໍ່ລະດົມກຳລັງໃຈ, ຊ່ວຍເຫຼືອຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢ່າງມີຄວາມຮັບຜິດຊອບ, ມີຄວາມຮັກແພງ, ແບ່ງປັນ ແລະ ແທດຈິງ. ທ່ານກ່າວວ່າ:

        “ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິບັດໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງແຮງ ແລະ ມີປະສິດທິຜົນ. ລັດສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງ ແຕ່ກໍ່ຕ້ອງມີຄວາມພະຍາຍາມບືນຕົວຂຶ້ນຂອງຄົນທຸກຍາກເອງ. ໄປຄຽງຄູ່ກັບບົດບາດຮ່ວມເດີນທາງ, ການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ນັກທຸລະກິດ, ບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ.

        ທີ່ລາຍການຖ່າຍທອດສົດ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ໃນຕອນຄ່ຳວັນທີ 17 ຕຸລາ ໄດ້ມີອົງການຈັດຕັ້ງ, ວິສາຫະກິດ 143 ແຫ່ງຈົດທະບຽນສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ແລະ ໂຄງການໜູນຊ່ວຍຊີວິດສັງຄົມດ້ວຍຍອດຈຳນວນເງິນຂຶ້ນເຖິງ 877 ຕື້ດົ່ງ.

ຕອບກັບ