ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 13 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ ແລະ ມອບນາມມະຍົດນັກທຸລະກິດຫວຽດນາມດີເດັ່ນປີ 2019. ນີ້ແມ່ນເຫດການໂດຍ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (VCCI) ຈັດຕັ້ງຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 74 ປີ ແຫ່ງວັນປະທານໂຮ່ຈີມິນ ສົ່ງຈົດໝາຍເຖິງວົງການຂະແໜງອຸດສາຫະກໍາການຄ້າ.  
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ  - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ  ວັນນັກທຸລະກິດຫວຽດນາມ ຄົບຮອບ 15 ປີ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ວິສາຫະກິດ, ນັກທຸລະກິດຫວຽດນາມ ນໍາມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະເທດຊາດ, ທ່ານຊີ້ແຈ້ງວ່າ:

        “ວິສາຫະກິດຫວຽດນາມ, ລວມທັງວິສາຫະກິດ FDI, ລັດວິສາຫະກິດ, ພິເສດແມ່່ນວິສາຫະກິດເອກະຊົນ ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ການເຕີບໂຕ GDP, ສ້າງວຽກເຮັດງານທໍາ, ສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລັດເທົ່ານັ້ນ, ວິສາຫະກິດ ຍັງແມ່ນບ່ອນຖ່າຍທອດວິທະຍາສາດເຕັກໂນໂລຢີໃຫ້ແກ່ສະໄໝສັງກາດດີຈີຕອນປັດຈຸບັນຢ່າງທັນການອີກດ້ວຍ. ບໍ່ພຽງແຕ່ເປັນຫົວໜ່ວຍນໍາໜ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດຫວຽດນາມ ຍັງນັບມື້ນັບຍິ່ງຢັ້ງຢືນໄດ້ບົດບາດເປັນແກ່ນສານ ສ້າງວັດຖຸສິ່ງຂອງມາໃຫ້ສັງຄົມ, ສ້າງວຽກເຮັດງານທໍາ ແລະ ຄວາມວັດທະນາຖາວອນໃຫ້ແກ່ປະເທດຊາດອີກດ້ວຍ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍັງຢັ້ງຢືນຕື່ມອີກວ່າ:

        “ພັກ ແລະ ລັດ ຈະສືບຕໍ່ຊຸກຍູ້ພາລະກິດແຫ່ງການປະຕິຮູບລະບອບລະບຽບການ, ບືນຕົວຂຶ້ນໃຫ້ບັນລຸມາດຕະຖານແຖວໜ້າໃນພາກພື້ນ ແລະ ໂລກ ເພື່ອສ້າງສະພາບແວດລ້ອມ ແລະ ເປັນກໍາລັງໜູນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງວິສາຫະກິດ, ນັກທຸລະກິດ. ລັດຖະບານ ຈະຮ່ວມເດີນທາງ ແລະ ໃຫ້ການຊ່ວຍເຫຼືອການທໍາມາຫາກິນຂອງປະຊາຊົນ ແລະ ວິສາຫະກິດ. ໃນຜົນສໍາເລັດຂອງວິສາຫະກິດ ມີການປະກອບສ່ວນຂອງອໍານາດການປົກຄອງ ແລະ ຄວາມປະລາໄຊຂອງວິສາຫະກິດກໍມີຄວາມຮັບຜິດຊອບຂອງອໍານາດການປົກຄອງເຊັ່ນກັນ. ຜົນສໍາເລັດຂອງວິສາຫະກິດ, ຂອງ ນັກທຸລະກິດ ແມ່ນຜົນສໍາເລັດຂອງລັດຖະບານ, ຂອງປະຊາຊົນ ແລະ ປະເທດຊາດ”.

        ນະທີ່ນີ້, ທ່ານ ຫວູຕ໊ຽນລົ໊ກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ກໍຕາງໜ້າວົງການນັກທຸລະກິດຫວຽດນາມ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ ດ້ວຍເປົ້າໝາຍກໍ່ສ້າງ ເພື່ອພັດທະນາ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. 

ຕອບກັບ