ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ວ່າການທະນາຄານສູນກາງ ໄທ ວິຣະໄທ ສັນຕິປຣະພົບ

Chia sẻ
(VOVWORLD) -ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ແລະ ຍີນດີຕ້ອນຮັບບັນດານັກລົງທຶນໄທເຂົ້າມາລົງທຶນຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ວ່າການທະນາຄານສູນກາງ ໄທ ວິຣະໄທ ສັນຕິປຣະພົບ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ວ່າການທະນາຄານສູນກາງ ໄທ ວິຣະໄທ ສັນຕິປຣະພົບ (ພາບ: chinhphu.vn)

ທີ່ການຕ້ອນຮັບທ່ານ ວິຣະໄທ ສັນຕິປຣະພົບ ຜູ້ວ່າການທະນາຄານສູນກາງໄທ ໃນຕອນເຊົ້າວັນທີ 05 ສິງຫາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະແດງຄວາມຊົມເຊີຍເມື່ອເຫັນວ່າ ທະນາຄານ 2 ປະເທດ ໄດ້ຊຸກຍູ້ການຮ່ວມມື, ລົງນາມ ແລະ ຜັນຂະຫຍາຍປະຕິບັດເອກະສານຮ່ວມມືສໍາຄັນຫຼາຍສະບັບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງທະນາຄານສູນກາງ ແລະ ລະບົບທະນາຄານສອງປະເທດ ຈະນັບມື້ນັບແໜ້ນແຟ້ນກວ່າ, ປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ດີກວ່າອີກ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ແລະ ຍີນດີຕ້ອນຮັບບັນດານັກລົງທຶນໄທເຂົ້າມາລົງທຶນຢູ່ຫວຽດນາມ ໂດຍສະເພາະ ແມ່ນທະນາຄານແຫ່ງລັດຂອງຫວຽດນາມ ເປີດກວ້າງການຮ່ວມມືກັບ ທະນາຄານສູນກາງໄທ ໃນຂົງເຂດຊໍາລະເອເລັກໂຕນິກ. ບັນດາຂໍ້ສະເໜີຂອງ ທະນາຄານສູນກາງໄທ ແມ່ນລັດຖະບານຫວຽດນາມ ພິຈາລະນາເພື່ອມີມາດຕະການແກ້ໄຂເໝາະສົມ.

        ສ່ວນທ່ານ   ວິຣະໄທ ສັນຕິປຣະພົບ ຜູ້ວ່າການທະນາຄານສູນກາງ ໄທ ຖືວ່າສອງຝ່າຍຄວນຊຸກຍູ້ການຮ່ວມມືໃນຂົງເຂດການເງິນ - ການທະນາຄານຢ່າງແຮງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ໄທ ຍາມໃດກໍສະໜັບສະໜູນບັນດາຂໍ້ລິເລີ່ມຂອງຫວຽດນາມໃນການຮ່ວມມື ອາຊຽນ ກໍຄືສອງຝ່າຍ, ໂດຍສະເພາະ ແມ່ນໃນຂົງເຂດການເງິນ - ການທະນາຄານ.


ຕອບກັບ