ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກໍາ, ຊົນນະບົດ ຈີນ ຫ໊ານຈ໊າງຟູ

Chia sẻ
(VOVWORLD) -    ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງກະສິກໍາ, ຊົນນະບົດ ຈີນ ຫ໊ານຈ໊າງຟູ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກໍາ, ຊົນນະບົດ ຈີນ ຫ໊ານຈ໊າງຟູ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງກະສິກໍາ, ຊົນນະບົດ ຈີນ ຫ໊ານຈ໊າງຟູ (ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພົວພັນ, ການຮ່ວມມືມິດຕະພາບລະຫວ່າງກະຊວງກະສິກໍາ, ພັດທະນາຊົນນະບົດຫວຽດນາມ ແລະ ຈີນ ໃນຕະຫຼອດໄລຍະ 70 ປີ ຜ່ານມາ, ພິເສດແມ່ນບັນດາໝາກຜົນອັນແທດຈິງທີ່ບັນລຸໄດ້ໃນມໍ່ໆມານີ້ ເມື່ອສອງຝ່າຍໄດ້ລົງນາມໃນເອກະສານການຄ້າຜະລິດຕະພັນກະສິກໍາບາງສະບັບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ໃຫ້ສອງຝ່າຍຊຸກຍູ້ບັນດາຂົງເຂດການຮ່່ວມມືໃຫ້ບັນລຸຄວາມຄືບໜ້າທີ່ແທດຈິງ, ມີຄວາມດຸ່ນດ່ຽງກັນ, ມີປະສິດທິຜົນ, ສ້າງພື້ນຖານອັນໝັ້ນຄົງ ເພື່ອພັດທະນາສາຍພົວພັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດກະສິກໍາ, ພັດທະນາຊົນນະບົດ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະ ສະເໜີ ຈີນ ໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງພະນັກງານເຕັກນິກກະສິກໍາ; ສອງຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ເພື່ອໃຫ້ຊາວປະມົງສອງປະເທດເຂົ້າໃຈ ແລະ ພ້ອມກັນປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບການຜັນຂະຫຍາຍການຮ່ວມມືປ່ອຍແນວພັນ ແລະ ປົກປັກຮັກສາແຫຼ່ງຜົນປະໂຫຍດຈາກສິນໃນນໍ້າຢູ່ອ່າວພາກເໜືອ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ເພີ່ມທະວີການຮ່ວມມືໃນການແກ້ໄຂບັນຫາກໍ່າປັ່ນຫາປາ ແລະ ຊາວປະມົງ, ສືບຕໍ່ຊຸກຍູ້ວິວັດທະນາການເຈລະຈາ, ລົງນາມໃນ “ຂໍ້ຕົກລົງລະຫວ່າງສອງປະເທດ ວ່າດ້ວຍການສ້າງຕັ້ງສາຍໂທລະສັບດ່ວນ ກ່ຽວກັບບັນດາເຫດການທີ່ເກີດຂຶ້ນໂດຍດ່ວນໃນການເຄື່ອນໄຫວຫາປາຢູ່ທະເລ”.     

        ສ່ວນທ່ານລັດຖະມົນຕີກະຊວງກະສິກໍາ ແລະ ຊົນນະບົດຈີນ ຫ໊ານຈ໊າງຟູ ເຊື່ອໝັ້ນວ່າ ການຮ່ວມມືໃນຂະແໜງກະສິກໍາ ຫວຽດນາມ - ຈີນ ຈະພັດທະນາດີກວ່າອີກ, ໂດຍສະເພາະແມ່ນໃນສະພາບທີ່ສອງຝ່າຍຈະຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2020. 

ແລະກໍໃນຕອນເຊົ້າວັນດຽວກັນຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວັນເກື່ອງ ແລະ ທ່ານລັດຖະມົນຕີກະຊວງກະສິກໍາ, ຊົນນະບົດ ຈີນ ຫ໊ານຈ໊າງຟູ ໄດ້ມີການເຈລະຈາກ່ຽວກັບການຮ່ວມມື ແລະ ພັດທະນາໃນຂົງເຂດກະສິກໍາ. ທີ່ການເຈລະຈາ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວັນເກື່ອງ ຖືວ່າ:

        “ສອງຝ່າຍໄດ້ແລກປ່ຽນຄໍາເຫັນ ແລະ ເຫັນດີເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດຜະລິດຕະພັນກະເສດ ເພື່ອສົ່ງອອກໄປຍັງຕະຫຼາດຂອງຈີນ; ເພີ່ມທະວີການຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຢີ ເປັນຕົ້ນແມ່ນດັດປັບໃຫ້ແທດເໝາະກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການລົງທຶນ ເປັນຕົ້ນແມ່ນລົງທຶນໃນຂົງເຂດປຸງແຕ່ງຜະລິດຕະພັນກະເສດ, ເພີ່ມມູນຄ່າຜະລິດຕະພັນກະເສດຂອງຫວຽດນາມ ໃຫ້ສູງຂຶ້ນ”.

        

ຕອບກັບ