ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດຢູ່ສຳນັກງານລັດຖະບານໃນວັນທີ 1 ຕຸລາ 2019 (ພາບ: TTXVN) |
ການຈັດຕັ້ງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫ່ວາງລັດຖະບານ ຫວຽດນາມ - ລາວ ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນບຸລິມະສິດການຕ່າງປະເທດ ຂອງທັງສອງປະເທດແມ່ນພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ສ້າງຊ່ອງທາງທີ່ເປັນເອກະພາບໃນການຊີ້ນຳຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດໃນໄລຍະຈະມາເຖິງ.