ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ Cristina Romila

Chia sẻ
(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢັ້ງຢືນວ່າຈະມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫ່ວາງ ຫວຽດນາມ ແລະ ຣູມານີ ໃຫ້ຫຼາຍກ່ວາອີກ.
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ Cristina Romila - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila (ພາບ: VGP)

ຕອນບ່າຍວັນທີ  30 ກໍລະກົດ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອວຍພອນທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ທີ່ໄດ້ມາຢື່ນສານຕະຕັ້ງ ຕໍ່ທ່ານປະທານປະເທດ ໃນວັນທີ 16 ມິຖຸນາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຣູມານີ ເປັນສຳຄັນ, ຕີລາຄາສູງບັນດາການພັດທະນາທີ່ຕັ້ງໜ້າໃນການພົວພັນສອງປະເທດ ໃນຊຸມປີມໍ່ໆມານີ້. ໃນໂອກາດນີ້, ທ່ານ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານ ຣູມານີ້ ເມື່ອໄດ້ມອບວັກຊິນກັນໂຄວິດ - 19 Astra Zeneca 100.800 ໂດສ ໃຫ້ແກ່ ຫວຽດນາມ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການໜູນຊ່ວຍຢ່າງທັນການ ແລະ ລ້ຳຄ່າ ເຊິ່ງ ຣູມານີ ສະຫງວນໃຫ້ ຫວຽດນາມ ແນ່ນອນວ່າ ຈະປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.

ທ່ານກໍ່ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຈົ່ງສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ແລະ ຣູມານີ ເພື່ອຜັນຂະຫຍາຍບາງທິດທາງ, ມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ ໃນທຸກຂົງເຂດໃຫ້ມີປະສິດທິຜົນ. ສ່ວນທ່ານນາງເອກອັກຄະລັດຖະທູດ ຣູມານີ Cristina Romila ຢັ້ງຢືນຈະມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫ່ວາງ ຫວຽດນາມ ແລະ ຣູມານີ ໃຫ້ຫຼາຍກ່ວາອີກ.


ຕອບກັບ