ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງຢ້ຽມຢາມ, ລະດົມກຳລັງໃຈບັນດາແພດໝໍ ຢູ່ແນວໜ້າ  

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ພັກ, ລັດ ໄດ້ເຊີດຊູ ແລະ ຕີລາຄາສູງທີ່ສຸດບັນດາການປະກອບສ່ວນ, ຄວາມເສຍສະຫຼະຊີວິດ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຂອງກຳລັງຢູ່ແນໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຖັນແຖວພະນັກງານການແພດ. ໃນໄລຍະຈະມາເຖິງ, ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ຕ້ອງກຳນົດວ່ານີ້ແມ່ນການຕໍ່ຕ້ານອັນຍາວນານ, ຍັງມີຄວາມລຳບາກກາກກຳນາໆປະການ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ດ້ວຍຄວາມເຊື່ອໝັ້ນ, ຄວາມມານະພະຍາຍາມ, ຄວາມມານະອົດທົນ, ຄວາມຕັດສິນໃຈຢ່າງສູງມີການກະທຳຢ່າງຂ້ຽວຂາດ ກ່ວາ ພ້ອມກັບຫຼາຍມາດຕະການຢ່າງຄົບຊຸດ, ສັງລວມ, ຮອບດ້ານ, ພ້ອມກັບການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງ ປະຊາຊົນ, ວິສາຫະກິດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແນ່ນອນວ່າ ຫວຽດນາມ ຈະສາມາດຄວບຄຸ້ມໂລກລະບາດໂຄວິດ - 19 ໄດ້.

ຕອບກັບ