ທ່ານນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ

Chia sẻ
(VOVWORLD) -ຕາມແຈ້ງການຈາກທຳນຽບຂາວ ໃນວັນທີ 30 ກໍລະກົດ ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານນາງ Symone Sanders, ຫົວໜ້າຄະນະສື່ມວນຊົນຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ໂດຍໃຫ້ຮູ້ວ່າ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງໄປຢ້ຽມຢາມສິງກະໂປ ແລະ ຫວຽດນາມ ໃນເດືອນໜ້າ.

 ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 2 ຂອງທ່ານນາງ Kamala Harris ໃນຖານະເປັນຮອງປະທານາທິບໍດີ ອາເມລິກາ ແລະ ເປັນຄັ້ງທຳອິດທີ່ທ່ານນາງເດີນທາງໄປພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ທ່ານນາງ Sander ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາງຮອງປະທານາທິບໍດີ Kamala Harris ຖືບຸລິມະສິດແຖວໜ້າ ແມ່ນສ້າງສາຍພົວພັນຄູ່ຮ່ວມມືທົ່ວໂລກຄືນໃໝ່ ແລະ ຮັກສາຄວາມໝັ້ນຄົງຂອງ ອາເມລິກາ. ການເດີນທາງຄັ້ງຈະມາເຖິງນີ້ ຂອງທ່ານນາງຮອງປະທານາທິບໍດີ Kamala Harris, ແມ່ນເພື່ອແນໃສ່ເຮັດໃຫ້ຄຳໝັ້ນສັນຍາຂອງ ອາເມລິກາ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເລິກເຊິ່ງຂຶ້ນຕື່ມ.

ນັບແຕ່ກ່ອນມາຮອດປັດຈຸບັນ, ທ່ານນາງຮອງປະທານາທິບໍດີ Kamala Harris ແມ່ນຮອງປະທານາທິບໍດີຄົນທຳອິດຂອງ ອາເມລິກາ ເດີນທາງໄປຢ້ຽມຢາມ ຫວຽດນາມ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານນາງ ຈະມີການພົບປະກັບບັນດາການນຳ ຂອງ ຫວຽດນາມ ແລະ ສິງກະໂປ ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ, ບັນຫາໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ