ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ

Chia sẻ
(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ຢູ່ທໍານຽບປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ Ravkov Andrei Alekseevich. 
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ  - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດ Ravkov Andrei Alekseevich (ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານນາງ ດັ້ງທິງອກທິ້ງ ເນັ້ນໜັກວ່າ ຫວຽດນາມຍາມໃດກໍຖືການພົວພັນຄູ່ຮ່ວມມືກັບ ເບລາຣຸດ ເປັນສໍາຄັນ ແລະ ປາດຖະໜາວ່າ ໄລຍະຈະມາເຖິງ ສອງປະເທດຈະຍູ້ແຮງການພົວພັນ ໃນບັນດາຂົງເຂດທີ່ພວມຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃຫ້ເລິກເຊິ່ງກວ້າງຂວາງ, ໃນນັ້ນ, ການປ້ອງກັນຊາດແມ່ນຈຸດພົ້ນເດັ່ນ, ປະກອບສ່ວນເຂົ້າໃນການພົວພັນອັນແໜ້ນແກ່ນ ລະຫວ່່າງສອງປະເທດ ຫວຽດນາມ - ເບລາຣຸດ. ຢ້ັງຢືນວ່າຫວຽດນາມພ້ອມແລ້ວທີ່ຈະໜູນຊ່ວຍ, ເປັນຂົວເຊື່ອມຕໍ່ເພື່ອໃຫ້ ເບລາຣຸດ ເພີ່່ມທະວີການຮ່ວມມືກັບບັນດາປະເທດອາຊຽນ, ທ່ານນາງດັ້ງທິງອກທິ້ງ ສະເໜີ ເບລາຣຸດ ສະໜັບສະໜູນ ຫວຽດນາມ ເຂົ້າເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສະຫະປະຊາຊາດ ອາຍຸການ 2020 – 2021.ທ່ານນາງຮອງປະທານປະເທດສະເໜີ ເບລາຣຸດ ສືບຕໍ່ປະຕິບັດບັນດາສັນຍາການຄ້າດ້ານການທະຫານທີ່ໄດ້ລົງນາມ ໃຫ້ຖືກຕ້ອງຕາມຄວາມຄືບໜ້າ ແລະ ຄຸນນະພາບ, ໃຫ້ບຸລິມະສິດການຮ່ວມມືຕາມທິດຖ່າຍທອດເຕັກໂນໂລຢີ ແລະ ການຜະລິດອາວຸດ, ອຸປະກອນເຕັກນິກຕາມຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ.

        ສ່ວນທ່ານ Ravkov Andrei Alekseevich ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຄັ້ງນີ້, ທ່ານໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບຫຼາຍບັນຫາຮ່ວມມືດ້ານການທະຫານກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືໃນຫຼາຍຂົງເຂດວິທະຍາສາດການທະຫານ, ແຜນການພົບປະແລກປ່ຽນຄະນະຜູ້ແທນປີ 2019 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເບລາຣຸດໃຫ້ຮູ້ວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການພົວພັນລະຫວ່າງຫວຽດນາມ - ເບລາຣຸດ ແລະ ຢັ້ງຢືນວ່າ ເບລາຣຸດຍາມໃດກໍສະໜັບສະໜູນຫວຽດນາມໃນບັນດາເວທີປາໄສສາກົນ.

ຕອບກັບ