ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດລາວ

Chia sẻ
(VOVWORLD) -ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໃນການແບ່ງປັນບົດຮຽນການເຄື່ອນໄຫວ      ນິຕິບັນຍັດ, ການເຄື່ອນໄຫວຂອງສະພາປະຊາຊົນ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ຕອນບ່າຍວັນທີ 04 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ, ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໃນການແບ່ງປັນບົດຮຽນການເຄື່ອນໄຫວ   ນິຕິບັນຍັດ, ການເຄື່ອນໄຫວຂອງສະພາປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດານະຄອນໃຫຍ່, ກໍ່ຄືຊຸກຍູ້ການຮ່ວມມືພັດທະນາຢູ່ທ້ອງຖິ່ນຕ່າງໆ. ທ່ານນາງປະທານສະພາແຫ່ງຊາດຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນຢູ່ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ເປັນຂົວເຊື່ອມຕໍ່ຢ່າງແທດຈິງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ.

          ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ ຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມື ແລະ ການພັດທະນາລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກການນຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ກວ່າອີກ.

ຕອບກັບ