ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເຮັດວຽກຢູ່ແຂວງ ດຽນບຽນ

Chia sẻ
(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ເຂດ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ວັນ​ທີ 12/03, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ລົງ​ຢ​້ຽມຢາມ ​ແລະ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເຮັດວຽກຢູ່ແຂວງ ດຽນບຽນ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ຫງວຽນທິກີມເງິນ ເຮັດວຽກຢູ່ແຂວງ ດຽນບຽນ

(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ເຂດ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ວັນ​ທີ 12/03, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ລົງ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ດ່ານ​ຊາຍ​ແດນ ​ໄຕ​ຈາງ, ຕາ​ແສງ ໜອງ​​​ແຮດ, ​ເມືອງ ດຽນບຽນ, ​ແຂວງ ດຽນບຽນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງກົມ​ກອງ ​ໄດ້​ສຳ​ເລັດ​ໜ້າ​ທີ່​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຊາຍ​ແດນ, ​ເຂົ້າ​ຮ່ວມ​ໃນ​ອຳນາດ​ການ​ປົກຄອງທ້ອງ​ຖິ່ນ​ທຸກ​ຂັ້ນ. ປ້ອມ​ປ້ອງ​ກັນຊາ​ຍ​ແດນ ດ່ານ​ຊາຍ​​ແດນ​ສາກົນ ​ໄຕ​ຈາງ ຍັງ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດເປັນ​ຢ່າງ​ດີ, ສ້າງ​ເສັ້ນ​ຊາຍ​ແດນ​ມິດຕະພາບ​. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ປ້ອມ​ປ້ອງ​ກັນຊາ​ຍ​ແດ​ນ ດ່ານ​ຊາຍ​ແດນ​ສາກົນ ​ໄຕ​ຈາງ ມານະ​ພະຍາຍາມ​ຕໍ່ສູ້ບັນດາ​ໄພ​ສັງຄົ​ມ, ພິ​ເສດ​ແມ່ນ​ອາດຊະຍາ​ກຳຢາ​ເສບ​ຕິດ, ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ເພີ່ມ​ທະວີ​ທຳ​ການ​ຜະລິດ. ພ້ອມ​ທັງ ​ລົງ​ຊອກ​ຮູ້​ບັນດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະຊາຊົນ  ຊ່ວຍ​ເຫຼືອ, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຊ່ວຍ​ທ້ອງ​ຖິ່ນ​ພັດທະນາ​​ໃຫ້​ດີກ່ວາ.

 

 

 

ຕອບກັບ