ທ່ານ​ນາງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນຍັງ ວໍລະຈິດ

Chia sẻ
(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ລາວ, ຕອນເຊົ້າວັນທີ 29 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມງິນ  ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະເຈລະຈາກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ບຸນຍັງ ວໍລະຈິດ. 
ທ່ານ​ນາງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນຍັງ ວໍລະຈິດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ   ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ 

 ທີ່ການພົບປະເຈລະຈາ, ທ່ານ ບຸນຍັງ ວໍລະຈິດ ຖືວ່າ ການຢ້ຽມຢາມສະແດງໃຫ້ເຫັນຈິດໃຈສາມັກຄີສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສະພາແຫ່ງຊາດ ສອງປະເທດ, ປະກອບສ່ວນຍົກສູງການພົວພັນທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ຈະພ້ອມກັບສະພາແຫ່ງຊາດ ຫວຽດນາມເຮັດຈົນສຸດຄວາມສາມາດຂອງຕົນ, ພ້ອມກັບສະພາແຫ່ງຊາດລາວເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສົມທົບກັນຕິດຕາມກວດກາ, ກະຕຸກຊຸກຍູ້ລັດຖະບານສອງປະເທດປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ຕົກລົງຈາກສອງພັກ, ສອງລັດໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ລາວຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຫວຽດນາມໃນການດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ແລະ ປະທານ AIPA ອາຍຸການ 2019 – 2020.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງແມ່ນຂອງຂວັນຈາກພັກ - ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ.

ຕອບກັບ