ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ສສ. ຫວຽດນາມ ຢ້ຽມຢາມແຂວງ ເຊິນລາ ແລະ ດ້ຽນບຽນ

ແຫຼ່ງຂ່າວຈາກສະຖານທູດລາວປະຈຳຫວຽດນາມ
Chia sẻ
(VOVWORLD) -ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ

ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ສສ. ຫວຽດນາມ ຢ້ຽມຢາມແຂວງ ເຊິນລາ ແລະ ດ້ຽນບຽນ - ảnh 1 (ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ

ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ)

ໃນລະຫວ່າງວັນທີ 28 ກໍລະກົດ - 01 ສິງຫາ  2020  ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ຟາມວັນຖຸຍ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊິນລາ ແລະ ທ່ານ ມົວອາເຊິນ, ຮອງເລຂາຄະນະພັກແຂວງ, ປະທານຄະ ນະກຳມະການປະຊາຊົນແຂວງ ດ້ຽນບຽນ ທີ່ ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ.

ການນຳທັງສອງແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມືລະ ຫວ່າງແຂວງ ເຊິນລາ, ດ້ຽນບຽນ ກັບສະຖານທູດລາວ ແລະ ບັນດາແຂວງພາກເໜືອຂອງ ສປປ ລາວ, ພ້ອມທັງໄດ້ລາຍງານສະພາບຈຸດພິເສດດ້ານທີ່ຕັ້ງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ໃຫ້ທ່ານເອກອັກຄະລັດຖະທູດໄດ້ຮັບຊາບ, ໂດຍສະເພາະແມ່ນການແລກປ່ຽນການຢ້ຽມ ຢາມຂອງຄະນະຜູ້ແທນຂອງແຂວງ, ການຊ່ວຍເຫຼືອດ້ານສາທາລະນະສຸກ, ການສຶກສາ, ກະສິກໍາ, ການທ່ອງທຽວ, ການລົງທຶນ, ການຄ້າ, ການແກ້ໄຂບັນຫາການຕັ້ງພູມລໍາເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ, ການປະສານງານໃນການຊອກຫາອັດຖິທະຫານຫວຽດນາມທີ່ເສຍຊີວິດຢູ່ລາວໃນສະໄໝສົງຄາມ ແລະ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂອບເຂດບໍລິເວນຊາຍແດນຂອງສອງປະເທດ, ໂດຍສະເພາະແມ່ນການຕ້ານການຄ້າຂ້າມຊາຍແດນທີ່ຜິດກົດໝາຍ, ພ້ອມກັນນັ້ນແຂວງ ເຊິນລາ ຍັງໄດ້ສະເໜີໃຫ້ຊ່ວຍຊຸກຍູ້ລັດຖະບານຂອງສອງປະເທດຍົກລະດັບດ່ານລອງເຊິບ ແຂວງ ເຊິນລາ ແລະ ປ່າຮາງ ແຂວງ ຫົວພັນ ເປັນດ່ານສາກົນ.

ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ສສ. ຫວຽດນາມ ຢ້ຽມຢາມແຂວງ ເຊິນລາ ແລະ ດ້ຽນບຽນ - ảnh 2(ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ

ເຮັດວຽກກັບການນຳແຂວງ ດ້ຽນບຽນ)

ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳທັງສອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຕີລາຄາສູງຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ທັງສອງແຂວງທີ່ມີການພັດທະນາຢ່າງວ່ອງໄວ. ສະແດງຄວາມຂອບໃຈທີ່ທັງສອງແຂວງໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆແກ່ບັນດາແຂວງພາກເໜືອຂອງລາວ ແລະ ສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອ, ສົ່ງເສີມການລົງທຶນໃຫ້ນັກລົງທຶນຫວຽດນາມໄປລົງທຶນຢູ່ບັນດາແຂວງພາກເໜືອຂອງລາວໃຫ້ຫຼາຍຂື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການຕັ້ງຖິ່ນຖານພູມລຳເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັກສາຄວາມສະຫງົບຂອບເຂດບໍລິເວນຊາຍແດນ, ສະເໜີໃຫ້ແຂວງ ດ້ຽນບຽນ ສືບຕໍ່ໃຫ້ການຊ່ວຍເຫຼືອຊຸກຍູ້ລັດຖະ ບານຫວຽດນາມສະໜອງເງິນຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ພູທິດເຜິ້ງຫານາຊອນ ຈາກແຂວງ ຫຼວງພະບາງ ໄປຫາຊາຍແດນແຂວງ ດ້ຽນບຽນ.

         ທ່ານເອກອັກຄະລັດຖະທູດ ຍັງໄດ້ໄປຢ້ຽມຢາມພົບປະໂອ້ລົມກັບນັກສຶກສາລາວທີ່ກຳລັງສຶກສາ ແລະ ກັກກັນຢູ່ສູນຕ້ານພະຍາດໂຄວິດ ຢູ່ ແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ເຊິ່ງທ່ານໄດ້ສະແດງຄວາມເປັນຫວງເປັນໄຍ ແລະ ຮຽກຮ້ອງໃຫ້ບັນດານັກສຶກສາລາວໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍ່ຄືການເອົາໃຈໃສ່ຕໍ່ວຽກງານວິຊາສະເພາະການສຶກສາຄົ້ນຄວ້າຮ່ຳຮຽນ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຕາມລະບຽບຂອງໂຮງຮຽນ ແລະ ກົດໝາຍຂອງປະເທດເຈົ້າພາບຢ່າງເຂັ້ມງວດ, ຕ້ອງຮູ້ບຸນຄຸນຕໍ່ປະເທດເຈົ້າພາບ, ເປັນເຈົ້າການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດອັນເປັນມູນເຊື້ອອັນຍາວນານລະຫວ່າງສອງພັກ, ສອງລັດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ.

         ນອກຈາກນັ້ນ, ຄະນະກໍ່ຍັງໄດ້ລົງຢ້ຽມຢາມພື້ນທີ່ການຜະລິດຈຳນວນໜຶ່ງ ໂດຍສະເພາະສວນປູກໝາກລຳໄຍ, ປູກ   ໝາກຜຸກ ( ກ້ຽງໃຫຍ່ ) ແລະ ໝາກຂຽບ ສົ່ງອອກຕະຫຼາດຕ່າງປະເທດ.

ຕອບກັບ