ທ່ານ ບາ​ລຽມ - ສະ​ມາ​ຊິກພັກ ທີ່​ມີຫຼາຍ​ທິດ​​ກ້າວ​ເດີນ​ໃໝ່​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ

Chia sẻ
(VOVWORLD) -ພາຍຫຼັງອອກພັກກິນເບ້ຍບຳນານ, ທ່ານຍັງເຊີດຊູແບບຢາງ ແມ່ນສະມາຊິກພັກທີ່ສຸດຈິດສຸດໃຈກັບການອອກແຮງງານທຳການຜະລິດ ແລະ ຊອກຫາທິດກ້າວເດີນໃໝ່ກໍຄືໜູນຊ່ວຍປະຊາຊົນຢູ່ທີ່ນີ້ພັດທະນາເສດຖະກິດ. 
ທ່ານ ບາ​ລຽມ - ສະ​ມາ​ຊິກພັກ ທີ່​ມີຫຼາຍ​ທິດ​​ກ້າວ​ເດີນ​ໃໝ່​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ - ảnh 1ທ່ານ ເຈິ່ນແທັງລຽມ ສະມາຊິກພັກ ທີ່ມີຫຼາຍທິດກ້າວເດີນໃໝ່ໃນການອອກແຮງງານທຳການຜະລິດ (ພາບ: VOV)

   ທ່ານ ເຈິ່ນແທັງລຽມ ຫຼື ຍັງເອີ້ນວ່າ ບາລຽມ, ຢູ່ຕາແສງ ຫງວຽນຟິກ, ເມືອງ ອູມິນ, ແຂວງກາເມົາ ມີອາຍຸ 70 ປີ. ທ່ານເຄີຍເປັນອະດີດເລຂາຄະນະຊາວໜຸ່ມແຂວງ, ອະດີດຮອງຫົວໜ້າຄະນະຂົນຂວາຍປະຊາຊົນ ຄະນະພັກແຂວງ ກາເມົາ. ພາຍຫຼັງອອກພັກກິນເບ້ຍບຳນານ, ທ່ານຍັງເຊີດຊູແບບຢາງ ແມ່ນສະມາຊິກພັກທີ່ສຸດຈິດສຸດໃຈກັບການອອກແຮງງານທຳການຜະລິດ ແລະ ຊອກຫາທິດກ້າວເດີນໃໝ່ກໍຄືໜູນຊ່ວຍປະຊາຊົນຢູ່ທີ່ນີ້ພັດທະນາເສດຖະກິດ. ທ່ານກ່າວວ່າ:

        “ຂ້າພະເຈົ້າເຫັນວ່າເຂດດິນຢູ່ນີ້ມີຄວາມບົ່ມຊ້ອນໃນການພັດທະນາກະສິກຳ, ສິນໃນນ້ຳ ແລະ ການທ່ອງທ່ຽວ ແຕ່ປະຊາຊົນຢູ່ທີ່ນີ້ຍັງບໍ່ທັນມີປະສົບການ. ໄປຄຽງຄູ່ກັນນັ້ນ, ຂ້າພະເຈົ້າ ເຄີຍມີປະສົບການ ແລະ ມີຄວາມຮູ້ສ່ວນໃດສ່ວນໜຶ່ງ ບວກກັບຄວາມເມົາມົວເຮັດກະສິກຳ, ສະນັ້ນ ຈຶ່ງພະຍາຍາມນຳເອົາສິ່ງທີ່ໃໝ່ໆເຂົ້າໃນການພັດທະນາກະສິກຳ”.

        ນັບແຕ່ປີ 2015 ມານີ້, ແຕ່ລະປີ, ຄອບຄົວທ່ານ ບາລຽມ ມີລາຍຮັບປະມານ 500 – 600 ລ້ານດົ່ງຈາກສວນປູກຕົ້ນໄມ້ກິນໝາກສົມທົບກັບການເຮັດບໍລິການທ່ອງທ່ຽວ. ນັບແຕ່ນັ້ນມາ, ຫຼາຍຄອບຄົວໄດ້ເຮັດຕາມຮູບແບບຂອງຄອບຄົວທ່ານ. ຮອດປີ 2018 ທ່ານໄດ້ຂົນຂວາຍປະຊາຊົນສ້າງຕັ້ງສະຫະກອນ ປ່າໄມ້ - ກະສິກຳ ແລະ ທ່ອງທ່ຽວ ນິຄົມກະເສດຂຽວ ເພື່ອພ້ອມກັບປະຊາຊົນບືນຕົວຂຶ້ນສ້າງຄວາມຮັ່ງມີ.


ຕອບກັບ