ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 160 ລ້ານ​ຄົນ

Chia sẻ
(VOVWORLD) -    ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 12 ພຶດສະພາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຫຼາຍກວ່າ 160 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,3 ລ້ານຄົນ ເສຍຊີວິດ. ປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

   ອົງການ WHO ແຈ້ງໃຫ້ຊາບວ່າ ສາຍພັນໃໝ່ຂອງ ໄວຣັດ SARS – CoV – 2 ທີ່ກວດພົບຢູ່ ອິນເດຍ ໄດ້ປະກົດມີຢູ່ 44 ປະເທດແລ້ວ. ໄວຣັດສາຍພັນໃໝ່ດັ່ງກ່າວ ແມ່ນສາຍເຫດຕົ້ນຕໍເຮັດໃຫ້ໂລກລະບາດແຜ່ລະບາດຢ່າງຮ້າຍແຮງຢູ່ ອິນເດຍ ຄືໃນປັດຈຸບັນ.

        ຖ້າໄລ່ຕາມອັດຕາພົນລະເມືອງ, ຮຸງກາຣີ ແມ່ນປະເທດມີອັດຕາຜູ້ເສຍຊີວິດສູງທີ່ສຸດ, ຖັດຈາກນັ້ນ ແມ່ນ ສ.ເຊັກໂກ.

ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 160 ລ້ານ​ຄົນ - ảnh 1(ພາບປະກອບ)
  ສ່ວນສະພາບການໂລກລະບາດຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຂອງວັນທີ 12 ພຶດສະພາ ຫາເວລາ 18 ໂມງຂອງວັນທີ 12 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 52 ກໍລະນີ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງຂອງວັນທີ 12 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 3.623 ກໍລະນີ; ໃນນັ້ນ ມີ 2.636 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ, 35 ກໍລະນີ ເສຍຊີວິດ.

        ຕາມລາຍການສັກວັກຊິນແຫ່ງຊາດແລ້ວ, ໄລ່ຮອດວັນທີ 11 ພຶດສະພາ, ຫວຽດນາມ ໄດ້ສັກວັກຊິນໃຫ້ປະຊາຊົນຫຼາຍກວ່າ 887.700 ຄົນ.


ຕອບກັບ