ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ​ ຍື່​ນ​ສະ​ເໜີຂອບ​ເຂດ​ໄຫຼ່​ທະ​ວີບ​ເປີດກວ້າງ​ຢູ່​ເຂດ​ໃຈ​ກາງ​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) - ຫວຽດນາມ ມີພື້ນຖານດ້ານນິຕິກຳ, ວິທະຍາສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນ ຫວຽດນາມ ມີສິດມີໄຫຼ່ທະວີບທຳມະຊາດເປີດກວ້າງອອກໄປ 200 ໄມທະເລ ນັບແຕ່ເສັ້ນພື້ນຖານ ທີ່ໄດ້ນຳໃຊ້ເພື່ອຄິດໄລ່ລວງກວ້າງເຂດທະເລຂອງ ຫວຽດນາມ.
 ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ​ ຍື່​ນ​ສະ​ເໜີຂອບ​ເຂດ​ໄຫຼ່​ທະ​ວີບ​ເປີດກວ້າງ​ຢູ່​ເຂດ​ໃຈ​ກາງ​ທະ​ເລ​ຕາ​ເວັນ​ອອກ - ảnh 1 ຫວຽດນາມ ຍື່ນສະເໜີເອກະສານ (ພາບ: VOV)

ວັນທີ 17 ກໍລະກົດ ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດ ຜູ້ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ ໄດ້ຍື່ນສະເໜີເອກະສານຂອບເຂດໄຫຼ່ທະວີບເປີດກວ້າງຫຼາຍກວ່າ 200 ໄມທະເລ ຢູ່ເຂດໃຈກາງທະເລຕາເວັນອອກ (VNM – C) ໄປຍັງຄະນະກຳມະການ ສປຊ ກ່ຽວກັບຂອບເຂດໄຫຼ່ທະວີບ  (CLCS), ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກຖະແຫຼງການໂດຍຊີ້ແຈ້ງວ່າ: ຫວຽດນາມ ມີພື້ນຖານດ້ານນິຕິກຳ, ວິທະຍາສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນ ຫວຽດນາມ ມີສິດມີໄຫຼ່ທະວີບທຳມະຊາດເປີດກວ້າງອອກໄປ 200 ໄມທະເລ ນັບແຕ່ເສັ້ນພື້ນຖານ ທີ່ໄດ້ນຳໃຊ້ເພື່ອຄິດໄລ່ລວງກວ້າງເຂດທະເລຂອງ ຫວຽດນາມ.

        ເລື່ອງ ຫວຽດນາມ ຍື່ນສະເໜີເອກະສານດັ່ງກ່າວ ແມ່ນເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ສຳລັບໄຫຼ່ທະວີບເປີດກວ້າງຂອງ ຫວຽດນາມ ຢູ່ເຂດໃຈກາງທະເລຕາເວັນອອກ ເຊິ່ງ ຫວຽດນາມ ມີສິດໄດ້ຊົມໃຊ້ຢ່າງສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ຫວຽດນາມ ຢັ້ງຢືນ ເລື່ອງ ຫວຽດນາມ ຍື່ນສະເໜີເອກະສານດັ່ງກ່າວບໍ່ສົ່ງຜົນກະທົບຕໍ່ການແບ່ງກຳນົດເຂດທະເລລະຫວ່າງ ຫວຽດນາມ ກັບບັນດາປະເທດແຄມທະເລທີ່ກ່ຽວຂ້ອງ ຢູ່ທະເລຕາເວັນອອກ ບົນພື້ນຖານສົນທິສັນຍາ UNCLOS. ພ້ອມດຽວກັນນັ້ນ, ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະແກ້ໄຂ ແລະ ຄວບຄຸມບັນດາຂໍ້ຂັດແຍ້ງ, ຄວາມບໍ່ລົງລອຍກັນກ່ຽວກັບອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ກ່ຽວກັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແລະ ບັນດາຂໍ້ຂັດແຍ້ງກ່ຽວກັບການແບ່ງກຳນົດເຂດທະເລ ລະຫວ່າງ ຫວຽດນາມ ກັບບັນດາປະເທດແຄມທະເລ ທີ່ກ່ຽວຂ້ອງ ຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການສັນຕິພາບ, ພ້ອມດຽວກັນນັ້ນ ກໍ່ຈະພ້ອມກັບບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ, ການບິນ ແລະ ການພັດທະນາແບບຍືນຍົງຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີ UNCLOS.

ຕອບກັບ