ຖະແຫຼງການຂອງກອງປະຊຸມສຸດຍອດພິເສດຂອງອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19

Chia sẻ
(VOVWORLD) -ຕອນເຊົ້າວັນທີ 14 ເມສາ 2020, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກດ້ວຍບົດບາດເປັນປະທານອາຊຽນ 2020 ໄດ້ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19.
ຖະແຫຼງການຂອງກອງປະຊຸມສຸດຍອດພິເສດຂອງອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19 - ảnh 1ກອງປະຊຸມສຸດຍອດພິເສດຂອງອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid – 19 (ພາບ:  dangcongsan.vn)

ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມສຸດຍອດຂອງອາຊຽນໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໂດຍມີການເຂົ້າຮ່ວມຢ່າງຄົບຖ້ວນຂອງການນຳ 10 ປະເທດສະມາຊິກອາຊຽນ. ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມສຸດຍອດພິເສດອາຊຽນກ່ຽວກັບການຮັບມືກັບໂລກລະບາດ Covid -19.

ບັນດາການນຳອາຊຽນໄດ້ຮຽກຮ້ອງໃຫ້ຍູ້ແຮງປະຊາຄົມອາຊຽນເອົາໃຈໃສ່ແລະແບ່ງປັນເຊິ່ງເປັນບ່ອນທີ່ບັນດາປະເທດສະມາຊິກອາຊຽນໜູນຊ່ວຍເຊິ່ງກັນແລະກັນໃນໄລຍະທີ່ຫຍຸ້ງຍາກນີ້. ການນຳບັນດາປະເທດອາຊຽນກໍ່ຢັ້ງຢືນບຸລິມະສິດຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນແລະສະໜອງການໜູນຊ່ວຍທີ່ຈຳເປັນໃຫ້ແກ່ພົນລະເມືອງຂອງບັນດາປະເທດສະມາຊິກອາຊຽນທີ່ຖືກຜົນສະທ້ອນຈາກໂລກລະບາດຢູ່ບັນດາປະເທດສະມາຊິກຫຼືປະເທດທີ 3, ເຫັນດີເປັນເອກະພາບຮັກສາຄຳໝັ້ນສັນຍາເປີດປະຕູຕະຫຼາດອາຊຽນໃຫ້ແກ່ການຄ້າແລະການລົງທຶນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນກັບບັນດາຄູ່ຮ່ວມມືຂອງອາຊຽນ… ຖະແຫຼງການກໍ່ສົ່ງເສີມ ການສ້າງແຜນການຟື້ນຟູພາຍຫຼັງສິ້ນສຸດໂລກລະບາດເພື່ອແບ່ງປັນບັນດາບົດຮຽນ, ປະສົບການ, ຟື້ນຟູການເຊື່ອມຕໍ່ອາຊຽນ, ຂະແໜງການທ່ອງທ່ຽວ, ການເຄື່ອນໄຫວດຳເນີນທຸລະກິດແລະການເຄື່ອນໄຫວສັງຄົມປະຈຳວັນຂອງອາຊຽນ, ສະກັດກັ້ນກໍລະນີ ທີ່ເສດຖະກິດຈະຊຸດໂຊມ.

ການນຳບັນດາປະເທດອາຊຽນກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບ WHO, ບັນດາຄູ່ຮ່ວມມືອາຊຽນແລະປະຊາຄົມສາກົນຢ່າງແໜ້ນແຟ້ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ຮັກສາຄວາມປອດໄພແລະການທຳມາຫາກິນລ້ຽງຊີບຂອງປະຊາຊົນ, ພ້ອມທັງຮັກສາທ່ວງທ່າສ້າງຕັ້ງປະຊາຄົມອາຊຽນເພື່ອການພັດທະນາແບບຍືນຍົງ, ການເຕີບໂຕແບບ  ກວມລວມ ແລະບໍ່ປະໃຫ້ຜູ້ໃດຕົກທາງຫຼັງ.

ຕອບກັບ