ຕາ​ລີ​ບານ ອາດ​ຈະ​ແມ່ນ​​​ອາດ​ຊະ​ຍາ​ກຳ​ສົງ​ຄາມ

Chia sẻ
(VOVWORLD) -ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອາບການິດສະຖານ, ທ່ານປະທານາທິບໍດີ Gani ໃຫ້ຮູ້ວ່າ ລັດຖະບານ ອາບການິດສະຖານ ໄດ້ມີແຜນການຄວາມໝັ້ນຄົງ, ດ້ວຍການໜູນຫຼັງຂອງ ອາເມລິກາ, ເພື່ອນຳສະພາບການປິນຂັ້ນໄດໃນພາກພື້ນ ເຂົ້າໃນການຄວບຄຸມໃນ ໄລຍະເວລາ 6 ເດືອນ.
ຕາ​ລີ​ບານ ອາດ​ຈະ​ແມ່ນ​​​ອາດ​ຊະ​ຍາ​ກຳ​ສົງ​ຄາມ - ảnh 1ຕາລີບານເພີ່ມທະວີບັນດາການບຸກໂຈມຕີຢູ່ ອາບການິດສະຖານ (ພາບ: Reuters)

ສະຖານທູດ ອາເມລິກາ ປະຈຳ Kabul ພວມກ່າວໂທດ ຕາລີບານ ແມ່ນ ອາດຊະຍາກຳສົງຄາມ, ພາຍຫຼັງບົດລາຍງານຈາກອົງການຕິດຕາມ ອາບການິດສະຖານ ສະຫຼຸດວ່າ ກຳລັງລຸກຮື້ຂຶ້ນນີ້ ໄດ້ລະເມີດກົດໝາຍວ່າດ້ວຍມະນຸດສະທຳສາກົນ ເມື່ອເຂັ່ນຂ້າສາມັກຊົນ ແລະ ຍຶດເອົາຊັບສົມບັດຂອງປະຊາຊົນ. ໃນຖະແຫຼງການທີ່ໄດ້ລົງໃນສື່ສັງຄົມອອນລາຍ Twiter ໃນວັນທີ 2 ສິງຫາ, ສະຖານທູດ ອາເມລິກາ ປະຈຳ Kabul ຂຽນວ່າ: ຢູ່ Spin Boldak, Kandahar ກຳລັງ ຕາລີບານ ໄດ້ເຂັ່ນຂ້າສາມັນຊົນນັບສີບຄົນ ໃນບັນດາເຫດຂ້າຄົນແກ້ແຄ້ນ. ບັນດາເຫດຂ້າຄົນນີ້ອາດຈະກໍ່ໂທດກຳສົງຄາມ. ເຂົາເຈົ້າຕ້ອງຖືກສືບສວນ ແລະ ບັນດາມືປຶນ ຫຼືການນຳ ຕາລີບານ ຕ້ອງຮັບຜິດຊອບ.

ແລະ ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ຖືວ່າ ສະພາບການຄວາມໝັ້ນຄົງຂອງປະເທດນີ້ ພວມຮ້າຍແຮງຂຶ້ນຕື່ມ ຍ້ອນວ່າ ຂໍ້ຕົກລົງ “ກະທັນຫັນ” ຂອງ ອາເມລິກາ ໃນເລື່ອງຖອນທະຫານທັງໝົດອອກຈາກພາກພື້ນ. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອາບການິດສະຖານ, ທ່ານປະທານາທິບໍດີ Gani ໃຫ້ຮູ້ວ່າ ລັດຖະບານ ອາບການິດສະຖານ ໄດ້ມີແຜນການຄວາມໝັ້ນຄົງ, ດ້ວຍການໜູນຫຼັງຂອງ ອາເມລິກາ, ເພື່ອນຳສະພາບການປິນຂັ້ນໄດໃນພາກພື້ນ ເຂົ້າໃນການຄວບຄຸມໃນ ໄລຍະເວລາ 6 ເດືອນ.

ຕອບກັບ