ຕວກກີພ້ອມແລ້ວຈະສືບຕໍ່ດຳເນີນບັ້ນຮົບຖ້າຫາກຂໍ້ຕົກລົງຢຸດຍິງບໍ່ໄດ້ຮັບການປະຕິບັດ

Chia sẻ
(VOVWORLD) -ທ່ານລັດຖະມົນຕີ Hulusi Akar ໄດ້ຢ້ຳຄືນກຳນົດເວລາ 5 ວັນເພື່ອໃຫ້ບັນດາຫົວໜ່ວຍປົກປ້ອງຊາວ Kurd (YPG) ຖອນຕົວອອກຈາກເຂດປອດໄພ, ພ້ອມທັງຈະຮິບເອົາອາວຸດຂອງກຳລັງນີ້ ແລະ ບັນດາຖານທີ່ໝັ້ນຈະຖືກທຳລາຍ.

ວັນທີ 19 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ Hulusi Akar ຖະແຫຼງວ່າ, ກອງທັບຂອງປະເທດນີ້ຢູ່ທາງພາກເໜືອຊີຣີ ພ້ອມແລ້ວທີ່ຈະສືບຕໍ່ບັ້ນບຸກໂຈມຕີ ຖ້າຫາກຂໍ້ຕົກລົງຢຸດຍິງກັບ ອາເມລິກາ ຢູ່ເຂດນີ້ບໍ່ໄດ້ຮັບການປະຕິບັດ. ກ່າວຄຳເຫັນທາງໂທລະພາບ NTV, ທ່ານລັດຖະມົນຕີ Hulusi Akar ໄດ້ຢ້ຳຄືນກຳນົດເວລາ 5 ວັນເພື່ອໃຫ້ບັນດາຫົວໜ່ວຍປົກປ້ອງຊາວ Kurd (YPG) ຖອນຕົວອອກຈາກເຂດປອດໄພ, ພ້ອມທັງຈະຮິບເອົາອາວຸດຂອງກຳລັງນີ້ ແລະ ບັນດາຖານທີ່ໝັ້ນຈະຖືກທຳລາຍ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ Cologne ປະເທດເຢຍລະມັນ, ມີປະຊາຊົນນັບພັນຄົນໄດ້ເດີນຂະບວນຄັດຄ້ານບັ້ນບຸກໂຈມຕີການທະຫານຂອງຕວກກີ ຢູ່ທາງພາກເໜືອຊີຣີ.

ຕອບກັບ