ຍູ້ແຮງຜັນຂະຫຍາຍໂຄງການກໍ່ສ້າງທາງລົດໄຟ ທ່າແຂກ - ຫວູງອ໋າງ

Chia sẻ
(VOVWORLD) -ໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ຄາດວ່າຈະໄດ້ຮັບການກໍ່ສ້າງສຳເລັດໃນເວລາ 36 ເດືອນ ແລະ ນຳເຂົ້າໃຊ້ການນັບແຕ່ປີ 2024.

ຍູ້ແຮງຜັນຂະຫຍາຍໂຄງການກໍ່ສ້າງທາງລົດໄຟ ທ່າແຂກ - ຫວູງອ໋າງ - ảnh 1 ພິທີເຊັນບົດບັນທຶກຄວາມເຂົ້າໃຈ

ພາບ: VOV ປະຈຳ ສປປ ລາວ

ບໍລິສັດການຄ້ານ້ຳມັນ ລາວ (Petrotrade)  ຫາກໍ່ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດໃຫ້ຄຳປຶກສາແຫ່ງຊາດ ລາວ (National Consulting Group) ປະຕິບັດການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ - ສັງຄົມ

ຂອງໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ຈາກ ຕົວເມືອງທ່າແຂກ ແຂວງ ຄຳມ່ວນ ຮອດທ່າກຳປັ່ນ ຫວູງອ໋າງ - ຮ່າຕິ້ງ.

          ໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ແມ່ນສ່ວນຫນຶ່ງສຳຄັນໃນຍຸດທະສາດຮ່ວມສຳພັນຂົນສົ່ງ logistics ຂອງ ລາວ ຄຽງຄູ່ກັບບັນດາໂຄງການກໍ່ສ້າງທາງລົດໄຟ, ທາງບົກຄວາມໄວສູງ, ທ່າກຳປັ່ນ ແລະ ຍາດແຍ່ງທ່າກຳປັ່ນ ຫວູງອ໋າງເພື່ອເປັນບ່ອນສຳຜັດການຂົນສົ່ງທາງທະເລໃກ້ສຸດຂອງລາວໃຫ້ເປັນຢ່າງດີສຸດ.

ເສັ້ນທາງນີ້ ມີຄວາມຍາວປະມານ 400 ກິໂລແມັດ, ໃນນັ້ນ 240 ກິໂລແມັດແມ່ນໃນດິນແດນລາວ. ໂຄງການດັ່ງກ່າວຈະຫນູນຊ່ວຍການເຄື່ອນໄຫວສົ່ງອອກຖ່ານຫີນຈາກ ອິນໂດເນເຊຍ ໄປຍັງ ລາວ ດ້ວຍປະມານ 6,5 ລ້ານໂຕນ/ປີ ກໍ່ຄືການສົ່ງອອກ 1 ລ້ານ Kali/ປີ ຈາກ ລາວ ໄປຍັງ ອິນໂດເນເຊຍ. ກິດຈະກຳດັ່ງກ່າວຄາດວ່າຈະໄດ້ຮັບການກໍ່ສ້າງສຳເລັດໃນເວລາ 36 ເດືອນ ແລະ ນຳເຂົ້າໃຊ້ການນັບແຕ່ປີ 2024.

ຕອບກັບ