ຍູ້ແຮງຄວາມຄືບໜ້າໂຄງການຊົນລະປະທານໂດຍຫວຽດນາມ ຊ່ວຍເຫຼືອໃຫ້ແກ່ລາວ

Chia sẻ
(VOVWORLD) -ໂຄງການ “ກໍ່ສ້າງລະບົບຊົນນະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ” ໂດຍແຂວງ ຮ່າຕິ້ງ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ.
ຍູ້ແຮງຄວາມຄືບໜ້າໂຄງການຊົນລະປະທານໂດຍຫວຽດນາມ ຊ່ວຍເຫຼືອໃຫ້ແກ່ລາວ - ảnh 1 (ແຂວງ ຄຳມ່ວນ ພວມສົມທົບກັບແຂວງ ຮ່າຕິ້ງ ຍູ້ແຮງບັນດາບາດກ້າວກະກຽມເພື່ອເລີ່ມລົງມືກໍ່ສ້າງໂຄງການລະບົບຊົນລະປະທານຢູ່ເມືອງ ໜອງບົກ)

ແຂວງ ຄຳມ່ວນ ຂອງລາວ ພວມສົມທົບກັບແຂວງ ຮ່າຕິ້ງ ຍູ້ແຮງບັນດາບາດກ້າວກະກຽມເພື່ອເລີ່ມລົງມືກໍ່ສ້າງໂຄງການລະບົບຊົນລະປະທານຢູ່ເມືອງ ໜອງບົກ, ເຂດດິນແດນເຊິ່ງປະທານໂຮ່ຈີມິນ ມີເວລາເຄື່ອນໄຫວປະຕິວັດໃນຊຸມປີຊອກຫາເຊັ້ນທາງກູ້ຊາດ. ໂຄງການ “ກໍ່ສ້າງລະບົບຊົນນະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ” ໂດຍແຂວງ ຮ່າຕິ້ງ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ. ໂຄງການລວມມີກິດຈະກຳຕົ້ນຕໍຄື: ສູນດູດນ້ຳໄຟຟ້າ, ລະບົບຄອງເໝືອງ, ສົມທົບກັບລະບົບກັນເຈື່ອນຕ້ານດິນເຊາະເຈື່ອນຕອນແມ່ນ້ຳຂອງ ໄຫຼຜ່ານບ້ານ ຊຽງວາງ, ເມືອງ ໜອງບົກ, ດ້ວຍຍອດເງິນລົງທຶນເກືອບ 13 ລ້ານ USD. ກິດຈະກຳໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຫຼາຍພໍສົນຄວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ທ່ານ ເດດສັກດາ ມະນີຄຳ, ຫົວໜ້າພະແນກແຜນການ-ການລົງທຶນ ແຂວງ ຄຳມ່ວນ, ຖືວ່າ.

ຕອບກັບ