ຍູ້​ແຮງ​ການ​ໂຄ​ສະ​ນາ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ ​ຄັ້ງ​ທີ 13 ຂອງພັກເຂົ້າ​ສູ່​ຊີ​ວິດ

Chia sẻ
(VOVWORLD) - “ຄວາມຮຽກຮ້ອງໃນສະເພາະໜ້າ ສຳລັບບັນດາອົງການສື່ມວນຊົນໃນໄລຍະຈະມາເຖິງ ແມ່ນຍາມໃດກໍ່ຕ້ອງມານະພະຍາຍາມ, ພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ”.
ຍູ້​ແຮງ​ການ​ໂຄ​ສະ​ນາ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ ​ຄັ້ງ​ທີ 13 ຂອງພັກເຂົ້າ​ສູ່​ຊີ​ວິດ - ảnh 1ທ່ານ ວໍ້ວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

“ຄວາມຮຽກຮ້ອງໃນສະເພາະໜ້າ ສຳລັບບັນດາອົງການສື່ມວນຊົນໃນໄລຍະຈະມາເຖິງ ແມ່ນຍາມໃດກໍ່ຕ້ອງມານະພະຍາຍາມ, ພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ”. ນີ້ແມ່ນຄຳຊີ້ນຳຂອງທ່ານ ວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກກອມມູນິດຫວຽດນາມ ທີ່ກອງປະຊຸມສະຫລຸບການເຄື່ອນໄຫວຂອງສູນສື່ມວນຊົນ ແລະ ວາງສະແດງປື້ມ, ໜັງສືພິມຢູ່ກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກຊື່ງດຳເນີນໃນຕອນບ່າຍວັນທີ 16 ເມສາ ທີ່ຮ່າໂນ້ຍ ໂດຍຄະນະໂຄສະນາສືກສາສູນກາງຈັດຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:

   ຄຳຮຽກຮ້ອງໃນສະເພາະໜ້າ ແມ່ນຍາມໃດກໍ່ຕ້ອງພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ. ໂຄສະນາປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ, ບັນດາມາດຕະການເພື່ອພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ກໍ່ສ້າງພັກ, ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ່ທໍ້, ຮຽກຮ້ອງໃຫ້ນັບມື້ນັບຍົກສູງຂຶ້ນ.

 

ຕອບກັບ