ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ຕິດ​ຕາມກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ແລະ ປະ​ເອີບ​ໃຈ

Chia sẻ
(VOVWORLD) -ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ  ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ. 
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ຕິດ​ຕາມກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ແລະ ປະ​ເອີບ​ໃຈ - ảnh 1ພາບປະກອບ: baotintuc

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທາງການເມືອງທີ່ສຳຄັນ ແລະ ດຶງດູດຄວາມສົນໃຈຂອງ ຊາວ ຫວຽດນາມ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຫຼາຍປະເທດເຊິ່ງລວມມີ ອາເມລິກາ ເຊິ່ງແມ່ນປະເທດທີ່ມີປະຊາຄົມຊາວຫວຽດນາມ ໃຫຍ່ທີ່ສຸດໃນໂລກ. ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ  ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ. ອ້າຍກໍ່ມີຄວາມປາດຖະໜາວ່າ ພັກ, ລັດ ຈະຄັດເລືອກເອົາບັນດາຜູ້ນຳທີ່ດີເດັ່ນເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປັບປຸງການພົວພັນສາກົນ.

        ເຖິງວ່າ ແມ່ນລຸ້ນໜຸ່ມຂອງ ຊາວຫວຽດນາມອາໄສຢູ່ ອາເມລິກາ ກໍ່ຕາມ, ແຕ່ ເອື້ອຍ ລີຮວິ່ງ, ກໍ່ມີຄວາມສົນໃຈທີ່ສຸດຕໍ່ສະພາບການຂອງປະເທດຊາດ, ພິເສດແມ່ນເມື່ອກອງປະຊຸມໃຫຍ່ຄັ້ງນີ້ ກຳນົດ ແນວທາງ, ນະໂຍບາຍພັດທະນາ ແລະ ວິໄສທັດຂອງ ຫວຽດນາມ ໃນຫຼາຍປີຈະມາເຖິງ. ເອື້ອຍ ລີຮວິ່ງ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຂອງພັກ ຈະວາງອອກບັນດາລັດຖະນະໂຍບາຍທີ່ສະຫຼາດສ່ອງໃສ ແລະ ມີຫົວຄິດປະດິດສ້າງ, ກຳນົດທິດໃຫ້ຫວຽດນາມຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ, ໃນການພັດທະນາກ່ວາອີກ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມໃນໂລກ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ຫວຽດນາມ

ຕອບກັບ