ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

Chia sẻ
(VOVWORLD) -ນັບແຕ່ວັນທີ 28 ມິຖຸນາ ຫາວັນທີ 28 ກໍລະກົດ 2021 ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ
ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ - ảnh 1(ປຸກລະດົມການຂົນຂວາຍແຜ່ບໍລິຈາກ)

ສະຖາກົງສູນໃຫຍ່ ຫວຽດນາມ ປະຈຳ Sydney, ອົດສະຕາລີ ຫາກໍ່ແຈ້ງໃຫ້ຮູ້ວ່າ, ນັບແຕ່ວັນທີ 28 ມິຖຸນາ ຫາວັນທີ 28 ກໍລະກົດ 2021 ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ, ສະການກົງສູນໃຫຍ່ໄດ້ຮັບຈຳນວນເງິນກວ່າ 41.000 AUD (ປະມານ 650 ລ້ານດົ່ງ) ຈາກຫຼາຍອົງການ, ສະມາຄົມນັກສຶກສາ ແລະ ສ່ວນບຸກຄົນພວມດຳລົງຊີວິດຢູ່ບາງລັດຂອງ ອົດສະຕາລີ. ວັນທີ 29 ກໍລະກົດ, ຈຳນວນເງິນດັ່ງກ່າວໄດ້ຝາກເຖິງບັນຊີຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ. ນອກຈາກບັນດາບ້ວງເງິນປະກອບໄດ້ສົ່ງໂດຍກົງເຖິງບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ແລ້ວ, ຊາວຫວຽດນາມ ອາໄສຢູ່ບັນດາລັດ ແລະ ເຂດແຄ້ວນໃນທົ່ວປະເທດ ອົດສະຕາລີ ກໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ ຫວຽດນາມ ແລະ ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ.

ຕອບກັບ