ຊົມເຊີຍຊາວກະສິກອນຫວຽດນາມດີເດັ່ນ 2019 ຈໍານວນ 63 ຄົນ

Chia sẻ
(VOVWORLD) -ໂດຍນອນຢູ່ໃນບັນດາເຫດການເຄື່ອນໄຫວສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນຫວຽດນາມ (14 ຕຸລາ 1930 – 14 ຕຸລາ 2019), ຕອນຄໍ່າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັບ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ, ກະຊວງກະສິກໍາ - ພັດທະນາຊົນນະບົດ, ກະຊວງອຸດສາຫະກິດ - ການຄ້າ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງລາຍການ “ພາກພູມໃຈຊາວກະສິກອນຫວຽດນາມ” ແລະ ພິທີຊົມເຊີຍຊາວກະສິກອນດີເດັ່ນ ປີ 2019.
ຊົມເຊີຍຊາວກະສິກອນຫວຽດນາມດີເດັ່ນ 2019 ຈໍານວນ 63 ຄົນ - ảnh 1ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ຊົມເຊີຍຊາວກະສິກອນດີເດັ່ນປີ 2019  

        ຕາງໜ້າການນໍາພັກ, ລັດ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຊົມເຊີຍຊາວກະສິກອນດີເດັ່ນປີ 2019 ຈໍານວນ 63 ຄົນ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ມີຊີວິດຊີວາ ແລະ ແທດຈິງ ບໍ່ພຽງແຕ່ໃນການລະດົມກໍາລັງໃຈໃຫ້ກະສິກອນດີເດັ່ນຢ່າງທັນການເທົ່ານັ້ນ, ຫາກຍັງສ້າງພື້ນຖານກະສິກໍາກ້າວໜ້າ, ທັນສະໄໝອີກດ້ວຍ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ:

        “ອໍານາດການປົກຄອງຂັ້ນຕ່າງໆ ແລະ ທັງລະບົບການເມືອງ ຄວນສືບຕໍ່ຮ່ວມເດີນທາງພ້ອມກັບຊາວກະສິກອນຢ່າງແຮງກວ່າອີກ, ສ້າງເງື່ອນໄຂໃຫ້ຊາວກະສິກອນໄດ້ເຂົ້າເຖິງຄວາມກ້າວໜ້າຂອງວິທະຍາສາດເຕັກນິກ, ພັດທະນາບັນດາຮູບແບບການຮ່ວມມື, ທະວີຄູນບັນດາຮູບແບບຜະລິດດໍາເນີນທຸລະກິດ, ໃຫ້ກໍາລັງໃຈແກ່ຊາວກະສິກອນເສີມຂະຫຍາຍຂໍ້ລິເລີ່ມ, ຈັດຕັ້ງໃຫ້ຂະແໜງກະສິກໍາ ໄດ້ເຊື່ອມຕໍ່ກັບອຸດສາຫະກໍາປຸງແຕ່ງ, ຕະຫຼາດສົ່ງອອກດ້ວຍລະບົບມູນຄ່າເພິ່ມສູງ. ສະມາຄົມຊາວກະສິກອນທຸກຂັ້ນ ຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີການເຄື່ອນໄຫວ ຮັບປະກັນຄວາມແທດຈິງຂອງບົດບາດເປັນອົງການຕາງໜ້າໃຫ້ແກ່ສິດ, ຜົນປະໂຫຍດອັນຊອບທໍາຂອງຊາວກະສິກອນ, ແມ່ນຂົວຕໍ່ສໍາຄັນລະຫວ່າງພັກ, ລັດ ກັບ ຊາວກະສິກອນ ເພື່ອປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ພັກ”. 

ຕອບກັບ