ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ພາບ: baodansinh.vn) |
ນີ້ແມ່ນການເຄື່ອນໄຫວຂຶ້ນກັບແຜນຍຸດທະສາດ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ເຊິ່ງ ຫວຽດນາມ ເປັນປະທານເຄືອຂ່າຍບັນດານັກຊ່ຽວຊານກ່ຽວກັບເລື່ອງ ວິສາຫະກິດໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ໄລຍະ 2020 – 2021.
ດ້ວຍຫົວຂໍ້ “ຊຸກຍູ້ວິສາຫະກິດ ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມມຸ່ງໄປສູ່ປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຫວຽດນາມຫວັງວ່າ ຈະພ້ອມກັບບັນດາປະເທດສະມາຊິກສືບຕໍ່ມີບັນດາການກະທຳລະອຽດເພື່ອແນໃສ່ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ:
ທຸກໆປະເທດອາຊຽນ ລ້ວນແຕ່ມີຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດມີຄວາມຮັບຜິດຊອບຕໍ່ຄົນພິການ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເພີ່ມຄຸນຄ່າຂອງຕົນສຳລັບປະຊາຄົມ, ພິເສດແມ່ນສຳລັບບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່.