ຊຸກ​ຍູ້​ຄວາມ​ຄື​ບ​ໜ້າ​ໃນ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ ຫວຸ້ງ​ອ໊າງ ລາວ - ຫວຽດ​ນາມ

Chia sẻ
(VOVWORLD) -ບໍລິສັດ Logistics ແຫ່ງລັດ ລາວ (LLSE) ຫາກໍ່ຕົກລົງໂອນ 20%ຫຸ້ນສ່ວນຂອງລັດຖະບານລາວ ໃນໂຄງການທ່າກ່ຳປັ່ນ ຫວຸ້ງອ໊າງ ໃຫ້ແກ່ບໍລິສັດ ພັດທະນາທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ (VDS), ກໍ່ຂຶ້ນກັບການກຳມະສິດຂອງລັດຖະບານ ລາວ.
ຊຸກ​ຍູ້​ຄວາມ​ຄື​ບ​ໜ້າ​ໃນ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ ຫວຸ້ງ​ອ໊າງ ລາວ - ຫວຽດ​ນາມ - ảnh 1ທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ (ພາບ: KT)

ບໍລິສັດ Logistics ແຫ່ງລັດ ລາວ ໄດ້ສ້າງຕັ້ງແຕ່ປີ 2010, ສັງກັດກະຊວງການເງິນລາວ, ກຳໄດ້ 20% ຫຸ້ມສ່ວນຂອງໂຄງການຮ່ວມທຸລະກິດ ທ່າກ່ຳປັ່ນ ຫວຸ້ງອ໊າງ ນັບແຕ່ປີ 2016. ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການຝ່າຍບໍລິຫານ VDS ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງ ທ່າກ່ຳປັ່ນຫວຸ້ງອ໊າງ ຊຶ່ງແມ່ນໂຄງການຮ່ວມມືພາກລັດ - ເອກະຊົນພິເສດລະຫວ່າງ ຫວຽດນາມ - ລາວ. ເລື່ອງໂອ້ນ 20%ຫຸ້ນສ່ວນໃຫ້ແກ່ບໍລິສັດພັດທະນາທ່າກ່ຳປັ່ນ ຫວຸ້ງອ໊າງ ລາວ - ຫວຽດນາມ ຈະສ້າງເງື່ອນໄຂຊຸກຍູ້ໄວວິວັດການຜັນຂະຫຍາຍການຍົກລະດັບທ່າກ່ຳປັ່ນ ຫວຸ້ງອ໊າງ ໃນໄລຍະ 1 (2021 - 2023), ເປີດກ້ວາງທ່າກ່ຳປັ່ນທະເລ ຫວຸ້ງອ໊າງ 1, 2 ແລະ 3 ຕາມຂໍ້ຕົກລົງທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານ ສອງປະເທດ ລາວ - ຫວຽດນາມ, ເພີ່ມທະວີກຳລັງຄວາມສາມາດໃນການຂົນສົ່ງສິນຄ້າຢູ່ທ່າກ່ຳປັ່ນທະເລ ຫວຸ້ງອ໊າງ, ມຸ່ງໄປສູ່ກຳລັງຄວາມສາມາດຕ້ອນຮັບກ່ຳປັ່ນທະເລແຕ່ 5000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້container 50.000 – 1.200.000 ຕູ້, ດ້ວຍປະລິມານສິນຄ້າແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານນໂຕນໃນປີ 2030.

        ນັກຂ່າວ VOV ປະຈຳ ລາວ

ຕອບກັບ