ຊຸກຍູ້ການເຊື່ອມຕໍ່ເຕັກໂນໂລຢີ ແລະ ການ Start up ປະດິດຄິດສ້າງ ລະຫວ່າງ ຫວຽດນາມ - ສິງກະໂປ

Chia sẻ
(VOVWORLD) -ວັນທີ 11 ພະຈິກ, ຢູ່ສິງກະໂປ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ  ໄດ້ສົມທົບກັບ ວິທະຍາໄລສັງລວມ Temasek ແລະ ອົງການພັດທະນາວິສາຫະກິດ ສິງກະໂປ (ESG) ຈັດຕັ້ງລາຍການ “Techfest in Singgapore” ເພື່ອແນະນໍາ, ໂຄສະນາ ງານບຸນ Start up ປະດິດຄິດສ້າງຫວຽດນາມ ປີ 2019, ກໍຄືສະພາບການເຄື່ອນໄຫວ Start up ປະດິດຄິດສ້າງ ຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ. 
ຊຸກຍູ້ການເຊື່ອມຕໍ່ເຕັກໂນໂລຢີ ແລະ ການ Start up ປະດິດຄິດສ້າງ ລະຫວ່າງ ຫວຽດນາມ - ສິງກະໂປ - ảnh 1ທ່ານ ເຈິ່ນວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາດ ແລະ ເຕັກໂນໂລຢີ ຫວຽດນາມ(ພາບ:TTXVN)

ທ່ານ ເຈິ່ນວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາດ ແລະ ເຕັກໂນໂລຢີ ຫວຽດນາມ ຖືວ່າ ປັດຈຸບັນ, ສະພາບການ Start up ຢູ່ຫວຽດນາມ ພວມໄດ້ຮັບຄວາມສົນໃຈ ແລະ ຊຸກຍູ້ພັດທະນາ ກ່ຽວກັບນະໂຍບາຍ, ພື້ນຖານໂຄງລ່າງ, ທຶນຮອນ ແລະ ການບໍລິການໜູນຊ່ວຍ.. ຫວຽດນາມ ຈະສຸມໃສ່ກໍ່ສ້າງ ແລະ ພັດທະນາຕາໜ່າງເຊື່ອມຕໍ່ Start up ໃນຂອບເຂດລະດັບຊາດ ແລະ ສາກົນ; ຊຸກຍູ້ການສ້າງຕັ້ງບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ; ໜູນຊ່ວຍວິສາຫະກິດ Start up ປະດິດຄິດສ້າງຂະຫຍາຍຕົວ ແລະ ເຮັດສໍາເລັດດ້ານເຕັກໂນໂລຢີ, ຮ່ວມສໍາພັນກັບມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າແຫ່ງຕ່າງໆ...

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກໍໄດ້ແນະນໍາກັບບັນດາຄູ່ຮ່ວມມືສິງກະໂປ ກ່ຽວກັບຂອບຂະໜາດ ແລະ ເນື້ອໃນຕົ້ນຕໍຂອງວັນບຸນ Start up ປະດິດຄິດສ້າງ ຫວຽດນາມ ປີ 2019 ເຊິ່ງຈະຈັດຂຶ້ນນະຄອນຮະລອງ (ແຂວງກວ໋າງນິງ) ໃນຕົ້ນເດືອນທັນວາຈະມາເຖິງ.


ຕອບກັບ