ຊຸກຍູ້​ການຮ່ວມ​ມື​ຮອບດ້ານ​ລະຫວ່າງ ອາຊຽນ - ກາ​ນາ​ດາ

Chia sẻ
(VOVWORLD) -ວັນທີ 25 ກຸມພາ, ກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ - ການາດາ (ACJCC) ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ສໍານັກງານຄະນະເລຂາທິການ ອາຊຽນ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.
ຊຸກຍູ້​ການຮ່ວມ​ມື​ຮອບດ້ານ​ລະຫວ່າງ ອາຊຽນ - ກາ​ນາ​ດາ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ຄະນະເລຂາທິການອາຊຽນ)

        ທີ່ກອງປະຊຸມ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມື, ໂດຍໄດ້ເຫັນດີເປັນເອກະພາບ ຈະຜັນຂະຫຍາຍການຮ່ວມມືຮອບດ້ານໃນທັງ 3 ເສົາຄໍ້າ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ສຸມໃສ່ບັນດາຂົງເຂດ ຄື ສະກັດກັ້ນ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ການຄ້າ - ການລົງທຶນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິທະຍາສາດ ແລະ ເຕັກໂນໂລຢີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຊື່ອມໂຍງ, ຕົວເມືອງອັດສະລິຍະ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄວບຄຸມໄພທໍາມະຊາດ, ການປ້ອງກັນ, ຕ້ານໂລກລະບາດ... ສອງຝ່າຍກໍໃຫ້ຄໍາໝັ້ນສັນຍາ ສົມທົບກັນສ້າງແຜນການດໍາເນີນງານຮ່ວມລະຫວ່າງ ອາຊຽນ - ການາດາ ໄລຍະ ໃໝ່ 2021 – 2025 ໃຫ້ສໍາເລັດ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີ ອາຊຽນ - ການາດາ ໃນຕ້ົ້ນເດືອນ ສິງຫາ 2020 ຮັບຮອງເອົາ.


ຕອບກັບ