ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ວຽກ​ງານ​ໂຄ​ສະ​ນາ

Chia sẻ
(VOVWORLD) -        ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້ານະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ຄຳພັນ ເຜີຍຍະວົງ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ວຽກ​ງານ​ໂຄ​ສະ​ນາ - ảnh 1ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ  ໂອ້ລົມທາງໂທລະສັບກັບ ຄະນະໂຄສະນາອົບຮົມ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)

ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກວ່າ: ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ  ແລະ ຄະນະໂຄສະນາອົບຮົມ ພັກປະຊາຊົນປະຕິວັດ ລາວ ມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ໄລຍະຜ່ານມາ, ຄະນະໂຄສະນາສຶກສາ ສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຍູ້ແຮງການປ່ຽນແປງໃໝ່ແບບວິທີການຜັນຂະຫຍາຍ, ເອົາໃຈໃສ່ເຖິງດ້ານຄຸນນະພາບ, ປະສິດທິຜົນ, ມານະພະຍາຍາມນຳບັນດາການເຄື່ອນໄຫວຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ສອງພັກກໍຈັດຕັ້ງສຳເລັດກອງປະຊຸມແຈ້ງໝາກຜົນກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ ຜ່ານທາງອອນລາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ວຽກ​ງານ​ໂຄ​ສະ​ນາ - ảnh 2ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້ານະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)
 ພ້ອມທັງຖືວ່າ, ປີ 2021 ແມ່ນປີສຸດທ້າຍຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະ 2016 – 2021, ສະນັ້ນ, ສອງຝ່າຍຈະຄົ້ນຄວ້າເພື່ອກະກຽມການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະໃໝ່ 2022 – 2026 ດ້ວຍບັນດາເນື້ອໃນທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່ຂອງສອງພັກ, ພິເສດແມ່ນ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ, ຮັບປະກັນມີຄວາມເປັນໄປໄດ້ສູງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ. 

ຕອບກັບ