ຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ-ອາເມລິກາ

Chia sẻ
(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເຕີມຈຽນ ປະທານສະມາຄົມ ຫວຽດນາມ-ອາເມລິກາ ທີ່ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຄູ່ອາຈານ, ນັກຮຽນໂຮງຮຽນມັດທະຍົມ George School (Newtown, ລັດ Pennsylvania, ອາເມລິກາ) ນຳໂດຍ ອາຈານ Cheryl Ann Mellor ຄະນະລວມມີສະມາຊິກທັງໝົດ 11 ທ່ານ ພວມຢ້ຽມຢາມ ແລະ ທັດສະນະສຶກສາຢູ່ຫວຽດນາມ ແຕ່ວັນທີ 12 ຫາ 27 ມິຖຸນາ 2017.
ຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ-ອາເມລິກາ - ảnh 1 (ພິທີຕ້ອນຮັບ)

ໃນພິທີຕ້ອນຮັບ, ທ່ານ ຫງວຽນເຕີມຈຽນ ປະທານສະມາຄົມຫວຽດນາມ-ອາເມລິກາ ໄດ້ຕ້ອນຮັບໄວໜຸ່ມອາເມລິກາ ທີ່ມາສຶກສາຊອກຮູ້ກ່ຽວກັບປະເທດຊາດ, ປະຊາຊົນຫວຽດນາມ ເພື່ອຊ່ວຍໃຫ້ໄວໜຸ່ມອາເມລິກາເຂົ້າໃຈໄດ້ເຈດຕະນາດີຂອງປະຊາຊົນຫວຽດນາມ ໃນວຽກງານຊຸກຍູ້ການພົວພັນ, ພິເສດແມ່ນໃນຂົງເຂດການສຶກສາ, ເສດຖະກິດ, ການຄ້າ, ຊ່ວຍເຫຼືອມະນຸດສະທຳ, ພັດທະນາການຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ