ຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ UAE

Chia sẻ
(VOVWORLD) - ຕອນບ່າຍວັນທີ 17 ຕຸລາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ມີການຕ້ອນຮັບທ່ານ Abdullah Al Saleh, ຮອງລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລດ (UAE) ພ້ອມດ້ວຍຄະນະປະຕິບັດງານ ເນື່ອງໃນໂອກາດມາເຮັດວຽກຢູ່ນະຄອນ ໂຮ່ຈີມິນ. 

ນະທີ່ນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ UAE, ເປັນຕົ້ນແມ່ນກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ. ປັດຈຸບັນ, ມີນັກລົງທຶນ UAE ຫລາຍຄົນພວມລົງທຶນຢູ່ນະຄອນ ໂຮ່ຈີມິນ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ UAE - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

        ສ່ວນທ່ານ Abdullah Al Saleh, ຮອງລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລດ ປາດຖະໜາຢາກໃຫ້ ຫວຽດນາມ ສ້າງປະຕູຖານຂໍ້ມູນຂ່າວສານກ່ຽວກັບນະໂຍບາຍການລົງທຶນ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ UAE ຊອກຮູ້ ແລະ ລົງທຶນສະດວກຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ. ທ່ານAbdullah Al Saleh ກໍ່ປາດຖະໜາວ່າ ຫວຽດນາມ ສາມາດເປີດສູນສົ່ງເສີມການລົງທຶນຢູ່ UAE ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ມີຄວາມສະດວກໃນການລົງທຶນ, ດຳເນີນທຸລະກິດ ແລະ ສົ່ງອອກສິນຄ້າໄປຍັງ UAE ໃນໄລຍະຈະມາເຖິງ.

ຕອບກັບ