ໂດຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຫວຽດນາມ ແລະ ລາວ, ຕອນບ່າຍວັນທີ 03 ມິຖຸນາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງເພື່ອສໍາຫຼວດໝາກຜົນຂອງການປະຕິບັດ ແລະ ຊຸກຍູ້ບັນດາແຜນການ, ໂຄງການຮ່ວມມືກັບ ລາວ. ໃນນັ້ນ, ຕ້ອງເອົາໃຈໃສ່ບັນດາໂຄງການກ່ຽວກັບພະລັງງານໄຟຟ້າ, ເຂື່ອນໄຟຟ້ານໍ້າຕົກ, ການເຊື່ອມຕໍ່ຄົມມະນາຄົມ, ທ່າກໍ່າປັ່ນທະເລ, ສະໜາມບິນ, ຍູ້ແຮງຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດລາວ, ແກ້ໄຂຄວາມຫຍຸ້ງຍາກ ເພື່ອຍູ້ແຮງການຄ້າລະຫວ່າງສອງປະເທດໃນສະພາບການ ພ້ອມກັນຮ່່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວຢ່າງແທດຈິງ ແລະ ປະສິດທິຜົນ.