ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid-19 ໃນໂລກໄດ້ລື່ນກາຍຕົວເລກຈຳນວນ 15.400 ຄົນ

Chia sẻ
(VOVWORLD) - ໄລ່ຮອດ 22 ໂມງ, ວັນທີ 23 ມີນາ, ໂລກລະບາດ Covid-19 ໄດ້ສົ່ງຜົນສະທ້ອນເຖິງ 193 ປະເທດ ແລະ ເຂດແຄ້ວນໃນໂລກ, ດ້ວຍຜູ້ຕິດເຊື້ອກ່ວາ 353.860 ຄົນ ແລະ15.420 ຄົນເສຍຊີວິດ. 
ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid-19 ໃນໂລກໄດ້ລື່ນກາຍຕົວເລກຈຳນວນ 15.400 ຄົນ - ảnh 1 (ພາບປະກອບ/TTXVN)

ປະມານມີ 1,7 ຕື້ຄົນຢູ່ກ່ວາ 50 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກໄດ້ຖືກຮຽກຮ້ອງໃຫ້ຢູ່ໃນເຮືອນ. ມີຢ່າງໜ້ອຍສຸດ 44 ປະເທດຄື ຝຣັ່ງ, ອີຕາລີ, ອັງກິດ, ອາກຊັງຕິນ, ອີຣັກ…ໄດ້ຈັດວາງບັນດາມາດຕະການປິດລ້ອມແບບບັງຄັບ. ມີຢ່າງໜ້ອຍສຸດ 10 ປະເທດ ແລະ ເຂດແຄ້ວນໄດ້ປະກາດຄຳສັ່ງສະພາວະສຸກເສີນ ແລະ ຫ້າມການໄປມາໃນຕອນກາງຄືນ.

        ຢູ່ ອາຊີ, ວັນທີ 24 ມີນາ, ມຽນມາ ປະກາດວ່າ ປະເທດນີ້ໄດ້ກວດພົບຜູ້ຕິດເຊື້ອ Covid-19 ຄົນທຳອິດ.

        ອົດສະຕາລີ ກໍ່ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອ Covid-19 ຢູ່ປະເທດນີ້ ໄດ້ເພີ່ມຂຶ້ນເຖິງຕົວເລກ 1.717 ຄົນ ແລະ ມີ 7 ຄົນເສຍຊີວິດ.

        ຢູ່ຕາເວັນອອກກາງ ແລະ ອາຟຣິກກາ, ອີຣານ ກໍ່ມີຜູ້ເສຍຊີວິດຕື່ມອີກ ຍ້ອນເຊື້ອພະຍາດດັ່ງກ່າວ.

        ຢູ່ເອີຣົບ, ປະເທດ ອີຕາລີ, ຝຣັ່ງ ກໍ່ປະກາດກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນ Covid-19 ສືບຕໍ່ເພີ່ມຂຶ້ນຢ່າງແຮງ.

        ຢູ່ທະວີບ ອາເມລິກາ, ວັນທີ 23 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນອະນຸມັດໃບສະເໜີຂອງລັດ California ທີ່ປະກາດສະພາວະສຸກເສີນສຳລັບລັດດັ່ງກ່າວ ໃນສະພາບການຈຳນວນຜູ້ຕິດໄວຣັດ SARS-CoV-2 ສືບຕໍ່ເພີ່ມຂຶ້ນ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງຄຳສັ່ງ “ຢຸດຍິງທົ່ວໂລກໃນທັນທີ” ເພື່ອແນໃສ່ປົກປ້ອງສາມັນຊົນຢູ່ບັນດາເຂດເກີດສົງຄາມ ພົ້ນອອກຈາກຜົນສະທ້ອນຂອງໂລກລະບາດ Covid-19.

ຕອບກັບ