ຈີນ ຈະ​​ໃຫ້ບຸ​ລິ​ມະ​ສິດ​​ສະ​ໜອງ ວັກ​ຊິນ ແກ່ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

Chia sẻ
(VOVWORLD) -        “ຈີນ ຈະມອບ ຫຼື ຊ່ວຍເຫຼືອລ້າວັກຊິນກັນພະຍາດໂຄວິດ - 19 ໃຫ້ບັນດາປະເທດພວມພັດທະນາ ຜ່ານຫຼາຍຮູບການທີ່ແຕກຕ່າງກັນ” ນີ້ແມ່ນຄຳກ່າວປາໄສຂອງທ່ານ ຈ້າວຫຼີຈຽນ, ໂຄສົກກະຊວງການຕ່າງປະເທດ ຈີນ ໃນວັນທີ 21 ຕຸລາ.
ຈີນ ຈະ​​ໃຫ້ບຸ​ລິ​ມະ​ສິດ​​ສະ​ໜອງ ວັກ​ຊິນ ແກ່ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ - ảnh 1 ທ່ານ ຈ້າວຫຼີຈຽນ, ໂຄສົກກະຊວງການຕ່າງປະເທດ ຈີນ 

 ທ່ານ ຈ້າວຫຼີຈຽນ ໃຫ້ຮູ້ວ່າ, ປັດຈຸບັນ, ຈີນ ມີວັກຊິນກັນພະຍາດ ໂຄວິດ - 19 04 ຊະນິດພວມໄດ້ປະຕິບັດການທົດລອງໄລຍະທີ 3, ປະເທດນີ້ມີກຳລັງຄວາມສາມາດຢ່າງພຽງພໍເພື່ອສະໜອງວັກຊິນໃຫ້ປະເທດຂອງຕົນ, ເຖິງຢ່າງໃດກໍຕາມ, ຈີນ ຍັງຕັດສິນໃຈເຂົ້າຮ່ວມແຜນການ COVAX ເພື່ອແນໃສ່ຮັບປະກັນໃຫ້ບັນດາປະເທດພວມພັດທະນາ ໄດ້ສຳຜັດກັບວັກຊິນ ກໍຄືຊຸກຍູ້ບັນດາປະເທດມີເງື່ອນໄຂເຂົ້າຮ່ວມແຜນການ COVAX.

        ຈີນ ກໍໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວວ່າ, ປະເທດນີ້ ຈະໃຫ້ບຸລິມະສິດສະໜອງວັກຊິນ ໃຫ້ບັນດາປະເທດພວມພັດທະນາ ເຊິ່ງລວມທັງບັນດາປະເທດ ອາຟະລິກາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ຕື່ມອີກ.

        ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ.


 

ຕອບກັບ