ຈັດພິທີລະນຶກວັນເຖິງແກ່ມໍລະນະກຳຂອງນັກຮົບວິລະຊົນແຫ່ງຊາດ ເຈີນກ໋ວກຕ້ວນ ແລະ ງານບຸນ ກົນເຊີນ-ກຽບບາກປີ 2019

Chia sẻ
(VOVWORLD) -ຕອນເຊົ້າວັນທີ 15 ກັນຍາ ກົງກັບວັນທີ 17 ເດືອນ 8 ໄລ່ຕາມຈັນທະປະຕິທິນ, ຢູ່ນະຄອນ ຈີ້ລິງ, ແຂວງຫາຍເຢືອງ, ໄດ້ຈັດພິທີລະນຶກ 719 ປີແຫ່ງວັນເຖິງແກ່ມໍລະນະກຳຂອງນັກຮົບວິລະຊົນແຫ່ງຊາດ ເຈີນກ໋ວກຕ້ວນ ຜູ້ທີ່ນຳພາກຳລັງທະຫານຫວຽດນາມ ໄດ້ຕີເອົາຊະນະຕໍ່ພວກທະຫານມົງໂກນໃນສະໄໝສັກດີນາເຂົ້າມາຮຸກຮານ
ຈັດພິທີລະນຶກວັນເຖິງແກ່ມໍລະນະກຳຂອງນັກຮົບວິລະຊົນແຫ່ງຊາດ ເຈີນກ໋ວກຕ້ວນ ແລະ ງານບຸນ ກົນເຊີນ-ກຽບບາກປີ 2019  - ảnh 1ບັນດາຜູ້ນຳກະຊວງ, ຂະແໜງການຂັ້ນສູນກາງ ຈູບທູບທຽນບູຊາອາໄລຫານັກຮົບວິລະຊົນແຫ່ງຊາດ ເຈີນກ໋ວກຕ້ວນ 

ກ່າວຄຳເຫັນທີ່ພິທີລະນຶກ, ທ່ານ ເລື່ອງວັນເກົາ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຫາຍເຢືອງ , ຫົວໜ້າຄະນະຈັດຕັ້ງງານບຸນ ກົນເຊີນ-ກຽບບາກປີ 2019 ຢືນຢັນວ່າ :

   “ ຜ່ານ 7 ສະຕະວັດທີ່ຜ່ານມາ ແລະ ມາຮອດປະຈຸບັນ, ແນວຄິດປົກປັກຮັກສາປະເທດຊາດໂດຍຖືປະຊາຊົນເປັນກົກ, ພ້ອມກັບຄວາມສາມາດທາງດ້ານການທະຫານ, ວິທີນຳໃຊ້ກຳລັງ, ຄວາມຈົ່ງຮັກພັກດີ ແລະ ຮັກຊາດຂອງນາຍພົນເຈີນກ໋ວດຕ້ວນ ຍັງຄົງແມ່ນບົດຮຽນອັນລ້ຳຄ່າໃຫ້ແກ່ລຸ່ນຄົນປະຈຸບັນ ແລະ ອະນາຄົດ, ງານບຸນ ກົນເຊີນ-ກຽບບາກປີ 2019 ແມ່ນການສືບຕໍ່ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອ; ການໂຄສະນາເຜີຍແຜ່ຄວາມງາມທາງດ້ານວັດທະນະທຳຂອງເຂດປູຊະນີຍະສະຖານລະດັບຊາດພິເສດ  ກົນເຊີນ-ກຽບບາກ ; ປະກອບສ່ວນເຂົ້າໃນການອະນຸລັກ ຮັກສາບັນດາຄຸນຄ່າວັດທະນະທຳຂອງຊາດ”.

ຕອບກັບ